ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ຈະ​ສ້າງ​ຕັ້ງ​ຫ້ອງ​ການ​ຊີ​ວະ​ນາ​ນາ​ພັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່ ສ​ປ​ປ ລາວ
2017-08-18 16:35:23  cri 
ທ່ານ​ປ໋າຍ​ຊຸນຫຼີ ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ພົບ​ປະ​​ກັບທ່ານ​ບໍ່​ວຽງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແຫ່ງ ສ​ປ​ປ ລາວ ຢູ່​ສວນ​ພືດ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ​ໃນ​ວັນ​ທີ 17 ສິງ​ຫາ​ນີ້ ໂດຍນອກ​ຈາກ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ການ​ຢ້ຽມ​ຢາມ​​ແລ້ວ​ຍັງ​ໄດ້​ກ່າວ​ວ່າ, ສວນ​ພືດ​ສິບ​ສອງ​ພັ່ນ​ນາ​ຂອງ​ສ​ະ​ຖາ​ບັນ​ຕົນ​ເປັນ​ໜຶ່ງ​ໃນ​ສວນ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ ແລະ​ຈະ​ດຳ​ເນີນ​​ການ​ຄົ້ນ​ຄວ້າ​ແລະ​ປົກ​ປັກ​ຮັກ​ສາ​ຊີ​ວະ​ນາ​ນາ​ພັນ​ທີ່​ສຳ​ຄັນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ສະ​ຖາ​ບັນ​ຕົນ​ໄດ້​ສ້າງ​ສູນ​ຊີ​ວະ​ນາ​ນາ​ພັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່​ມຽນ​ມາ​ເມື່ອ​ປີ 2016 ແລະ​ຈະ​ສ້າງ​ຫ້ອງ​ການ​ຊີ​ວະ​ນາ​ນາ​ພັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່​ລາວ​ໃນ​ໄວໆ​ນີ້ ເຊິ່ງ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ສອງ​ຝ່າຍ​​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຕ່າງໆ ເຊັ່ນ ການ​ຄຸ້ມ​ຄອງ​ຂັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ການ​ຄຸ້ມ​ຄອງ​ລະ​ບົບ​ຊີ​ວະ​ນິ​ເວດ​ແລະ​ອື່ນໆ, ຂະ​ນະ​ດຽວ​ກັນ ສະ​ຖາ​ບັນ​ຕົນ​ກໍ​ຍິນ​ດີ​​ອຸ​ທິດ​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ດີ​ເດັ່ນ ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ຝ່າຍ.

ທ່ານ​ບໍ່​ວຽງ​ຄຳ ວົງ​ດາ​ລາ​ກ່າວ​ວ່າ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ການ​ປົກ​ປັກ​ຮັກ​ສາ​ຊີ​ວະ​ນາ​ນາ​ພັນ​ກັບ​ລາວ ເຊິ່ງສອດ​ຄ່ອງ​ກັບ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ສະ​ເໜີ​ ແລະ​ລາວ​ຍິນ​ດີ​​ສະ​ໜັບ​ສະ​ໜູນ​ສູນ​ຄົ້ນ​ຊີ​ວະ​ນາ​ນາ​ພັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ຈະສ້າງ​ຕັ້ງ​ສາ​ຂາ​ຢູ່​ລາວຢ່າງ​ເຕັມ​ສ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ