ງານມະຫະກຳກິລາຊີເກມຄັ້ງທີ 29 ຈະຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍໃນວັນທີ 19 ສິງຫານີ້, ນີ້ແມ່ນມາເລເຊຍເປັນເຈົ້າພາບຈັດງານກິລາດັ່ງກ່າວເປັນຄັ້ງທີ 6, ໂດຍເນັ້ນຫົວຂໍ້ທີ່ວ່າ "ຮ່ວມກັນຈະເລີນຮຸ່ນເຮືອງ". ນັກກິລາຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ຈະແຂ່ງຂັນກັນໃນກິລາ 39 ປະເພດ.
ທ່ານນາສຣິ ບິນອັບດຸນ ອາສິສ, ລັດຖະມົນຕີກະຊວງທ່ອງທ່ຽວແລະວັດທະນະທຳມາເລເຊຍກ່າວວ່າ, ຊີເກມແມ່ນງານກິລາມະໂຫລານຂອງພາກພື້ນ, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນບັນດາປະເທດອາຊີຕາເວັນອອກສຽງໃຕ້, ນອກຈາກນັກກິລາທີ່ມາຈາກ 11 ປະເທດອາຊຽນມາເຂົ້າຮ່ວມແລ້ວ, ຄາດວ່າຈະມີຜູ້ສະໜັບສະໜູນແລະນັກທ່ອງທ່ຽວຕ່າງປະເທດເປັນພັນເປັນໝື່ນຄົນມາເຂົ້າຮ່ວມອີກດ້ວຍ, ກົວລາລຳເປີໄດ້ກຽມພ້ອມແລ້ວຈະຕ້ອນຮັບແຂກດ້ວຍສະພາບການທີ່ດີທີ່ສຸດ.
ງານມະຫະກຳກິລາຊີເກມຄັ້ງນີ້ຍັງໄດ້ເນັ້ນການອະນຸລັກສິ່ງແວດລ້ອມ, ນອກຈາກໄດ້ຕັ້ງຖັງຂີ້ເຫຍື້ອຢ່າງພຽງພໍແລ້ວ, ຍັງໄດ້ຈັດໃຫ້ມີກິດຈະກຳ "ມີຫຼຽນລາງວັນຫຼາຍເທົ່າໃດກໍປູກຕົ້ນໄມ້ຫຼາຍເທົ່າໃດ", ເນື່ອງຈາກນັ້ນ, ກົວລາລຳເປີຈະປູກຕົ້ນໄມ້ 5000 ກວ່າຕົ້ນຢູ່ບ້ານນັກກິລາ, ຈຳນວນຕົ້ນໄມ້ທີ່ຈະປູກນັ້ນເທົ່າກັບຍອດຈຳນວນຫຼຽນລາງວັນໃນຊີເກມຄັ້ງນີ້.