ຈັດ​ງານ​ລ້ຽງ​ສົ່ງ​ໄທທີ່​ໄປ​ຮຽນ​ຢູ່​ຈີນ​​ຊຸດ​ທີ 13
2017-08-19 16:03:49  cri 
ຕາມ​ຂ່າວ CRI: ວັນ​ທີ 18 ສິງ​ຫາ​ນີ້, ງານ​ລ້ຽງ​ສົ່ງ​​ລັດ​ຖະ​ກອນໄທ​ໄປ​ຮຽນ​ຢູ່​ຈີນ​ຊຸດ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​​ປຣະວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ, ລັດ​ຖະ​ບານ​ໄທ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ຕໍ່​ການ​ຄັດ​ເລືອກ​​ແລະ​ສົ່ງ​ລັດ​ຖະ​ກອນຂອງ​ປະ​ເທດ​ຕົນ​ໄປ​ຮຽນ​ຢູ່​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ຕໍ່ກິດ​ຈະ​ກຳ​ດັ່ງ​ກ່າວ. ທ່ານ​ຫວັງ​ໃຫ້​​ລັດ​ຖະ​ກອນ​ທຸກ​ຄົນ​​ທີ່ຈະ​ໄປ​ຮຽນ​ຢູ່​ຈີນ​ນັ້ນ​ພະ​ຍາ​ຍາມ​ຊອກ​ຮູ້​ສະ​ພາບ​ແຫ່ງ​​ຊາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ໃນ​ຂະ​ນະ​ທີ່​ຮຽນ​ພາ​ສາ​ຈີນ, ເພື່ອ​ສະ​ໜອງການ​ບໍ​ລິ​ການ​ອັນ​ອົບ​ອຸ່ນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ໄທ​ຫຼັງ​ຈາກ​ໄດ້ຮຽນ​ຈົບ​ຈາກ​ຈີນ​ແລະ​ກັບ​ຄືນ​ສູ່​​ປະ​ເທດ​ໄທ.

ຂ່າວ​ແຈ້​ງ​ອີກວ່າ, ກິດ​ຈະ​ກຳ​​ລັດ​ຖະ​ກອນ​ໄທ​ໄປ​​ຮຽນ​ພາ​ສາ​ຈີນ​ແມ່ນ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ໄທ​ຈີນ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຫົວ​ສຽວ​ຈີນ, ກ່ອນ​ໜ້າ​ນີ້​ໄດ້​ຈັດ 12 ຊຸດ​ຢ່າງ​ສຳ​ເລັດ​ຜົນ. ນັກ​ຮຽນ​ຊຸດ​ນີ້​​ທັງ​ໝົດ 100 ຄົນແລະ​ມາຈາກ​ພາກ​ສ່ວນ​ຕ່າງໆ​ຂອງ​ລັດ​ຖະ​ບານ​ໄທ. ເຂົາ​ເຈົ້າ​ຈະ​​ເດີນ​ທາງ​ໄປ​ມະ​ຫາ​ວິ​ທະ​ຍາ​ໄລ​ຫົວ​ສຽວ​ທີ່​ຕັ້ງ​ຢູ່​ແຂວງ​ຝູ​ຈ້ຽນ​ປະ​ເທດ​ຈີນ​ແລ້ວຮຽນ​ພາ​ສາ​ຈີນ​ເປັນ​ເວ​ລາ​ໜຶ່ງ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ