​ຊ່ຽວ​ຊານຫຼາຍ​ປະ​ເທດ​ຮັບ​ຮອງ "ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນປັກ​ກິ່ງ​ໃນ​ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ລະ​ຄອນ​ເດັກ​ສາ​ກົນ"
2017-08-20 14:43:00  cri 
ຫວ່າງ​ມໍ່ໆ​ມາ​ນີ້, ຊ່ຽວ​ຊານ60ກວ່າ​ທ່ານ​ຈາກວົງ​ການ​ລະ​ຄອນເດັກ​​ທີ່​ມາ​ຈາກ 12 ປະ​ເທດ​ແລະ​ເຂດ​ແຄວ້ນ ເຊັ່ນ, ອາ​ເມ​ລິ​ກາ, ຣັດ​ເຊຍ,ແດນ​ມາກ​ແລະ​ອື່ນໆ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ພະ​ລາ​ຊະ​ວັງ​ບູ​ຮານ​ຈີນ, ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ລະ​ຄອນເດັກ​, ແລະ​ໄດ້​ຕົກ​ລົງ "ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນປັກ​ກິ່ງ​ໃນກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ລະ​ຄອນ​ເດັກ​​ສາ​ກົນ".

ໃນກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ທີ່​ຈັດ​ຂຶ້ນ​ໂດຍ​ໂຮງ​ລະ​ຄອນ​ສິ​ລະ​ປະ​ເດັກ​ຈີນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ລະ​ຄອນເດັກ​​ຈີນ​ນັ້ນ, ຜູ້ເຂົ້າ​ຮ່ວ​ມ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ເລິກ​ເຊິ່ງ, ໂດຍ​ໄດ້​ຮັບ​ຮູ້​ວ່າ, ສິ​ລະ​ປະ​ລະ​ຄອນ​​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊ່ວຍ​ເດັກ​ນ້ອຍ​ສ້າງ​ບຸກ​ຄະ​ລິກ​ທີ່​ສົມ​ບູນ, ຮັບ​ຮູ້​ສັງ​ຄົມ​ຢ່າງ​ຖືກ​ຕ້ອງ​ແລະເຕີບ​ໃຫຍ່ຢ່າງ​ມ່ວນ​ຊື່ນ.

ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື, ຜູ້​ເຂົ້າຮ່ວມ​ປະ​ຊຸມ​ໄດ້​ເປັນ​ເອ​ກະ​ພາບກັນ​ຮັບ​ຮອງ"ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ປັກ​ກິ່ງ​ໃນກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ລະ​ຄອນ​ເດັກສາ​ກົນ", ຄື: ໜຶ່ງ,ປັບ​ປຸງ​ແລະ​ລົງ​ເລິກ​ກົນ​ໄກ​ແລກ​ປ່ຽນ​ແລະ​ຮ່​ວມ​ມື​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ; ສອງ,ຊກ​ຍູ້​ການ​ແລ​ກ​ປ່ຽນ​​ກັນ​ລະ​ຫວ່າງ​ນັກ​ສິ​ລະ​ປິນ​ກັບຄະ​ນະ​ລະ​ຄອນ​ເດັກ​; ສາມ,ຊົມ​ໃຊ້​ຊ່ອງ​ທາງ​ແລກ​ປ່ຽນ​ແລະ​ຊັບ​ພະ​ຍາ​ກອນ​​ນຳ​ກັນ; ສີ່,ສົ່ງ​ເສີມ​ໃຫ້​ນັກ​ປະ​ພັນ​ແລະ​ວົງ​ການ​ສະ​ແດງ​​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຢ່າງ​ສົມ​ເຫດ​ສົມ​ຜົນ; ຫ້າ, ຊຸກ​ຍູ້​ແຕ່ງ​ລະ​ຄອນ​ເດັກຮ່ວມ​ກັນ; ຫົກ, ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ບົດ​ຮຽນ​ໃນ​ການ​ສຶກ​ສາ​ລະ​ຄອນ​ເດັກ​ເຊິ່ງ​ກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ