ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທຕອນທີ​ໜຶ່ງ​ຄາດ​ວ່າ​ຈະ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ຕຸ​ລາ​ປີ​ນີ້
2017-08-20 14:02:45  cri 
​ເຈົ້າ​ໜ້າ​ທີ່ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​​ຖະ​ແຫຼງ​ໃນ​ວັນ​ທີ 19 ສິງ​ຫາ​ນີ້​ວ່າ: ​ໂຄງ​ການ​​ຮ່ວມ​ມືທາງ​ລົດ​ໄຟ​ຈີນ-ໄທ​ຕອນທີ​ໜຶ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ເມື່ອ​ມໍ່ໆ​ນີ້, ຄາດ​ວ່າ​ຈະ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ຕຸ​ລາ​ປີ​ນີ້.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ​ກອງ​ປະ​ຊຸມຄະ​ນະ​ກຳ​ມ​ະ​ການ​ປະ​ສົມ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ເທື່ອ​ທີ 20 ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15-17 ສິງ​ຫາ​ນີ້​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ແລະ​ສອງ​ຝ່າຍ​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ອອກ​ແບບ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ​ຕອນ​ທີ​ໜຶ່ງ​ຄື​ຕອນ​ບາງ​ກອກ​-ນະ​ຄອນ​ຣາ​ຊະສີມາ ​ໂດຍ​ໄດ້​ກຳ​ນົດ​ລາ​ຄາ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ກໍ່​ສ້າງ​ຕາມ​ສັນ​ຍາ ເຊິ່ງ​ເປັນ​ຄວາມ​ຄືບ​ໜ້າ​ໃໝ່​ທີ່​ມີ​ຄວາມ​ສຳ​ຄັນຫຼັງ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຄະ​ນະ​ລັດ​ຖະ​ບານ​ແລະ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ໄທ.
​ຖະ​ແຫຼງການ​ລະ​ບຸ​ຕື່ມ​ວ່າ: ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ​​ຕອນທີ​ສອງ​ຄື​ຕອນນະ​ຄອນ​ຣາ​ຊະ​ສີ​ມາ-ໜອງ​ຄາຍກໍ​ຈະ​ເລີ່ມ​ວຽກ​ງານ​ກະ​ກຽມ​ໃນ​ເບື້ອງ​ຕົ້ນ​ໃນ​ໄວໆ​ນີ້​ເຊັ່ນ​ກັນ.

ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ​ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລາງ​ມາດ​ຕະ​ຖານ​ສາຍ​ທຳ​ອິດ​ຂອງ​ໄທ, ໃນ​ນີ້, ໂຄງ​ການ​ຕອນທີ​ໜຶ່ງ​ມີ​ຄວາມ​ຍາວ​ທັງ​ໝົດ 253 ກິ​ໂລ​ແມັດ, ຕາມ​ການ​ອອກ​ແບບ​, ຄວາມ​ໄວ​ສູງ​ສຸດ​ຂອງ​ລົດ​ໄຟ​ມີ​ເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ໂຄງ​ການ​​ຕອນ​ທີ​ສອງ​ຈະ​ແກ່​ຍາວທາງ​ລົດ​ໄຟ​ສາຍ​ນີ້​ໄປ​ເຖິງ​ແຂວງ​ໜອງ​ຄາຍ​ທີ່​ມີ​ຊາຍ​ແດນ​ຕິດກັບ​ນະ​ຄອນຫຼວງວຽງ​ຈັນ ສ​ປ​ປ ລາວ​ທີ່​ມີ​ແມ່​ນ້ຳ​ຂອງ​​ຂັ້ນ​ຢູ່ລະ​ຫວ່າງ​ກາງ ທັງເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ​ລາວ​ຕອນບໍ່​ເຕັນ​-ວຽງ​ຈັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ