ພິທີເປີດກິດຈະກຳເພື່ອສາທາລະນະປະໂຫຍດ "ການເຄື່ອນໄຫວເພື່ອແສງສະຫວ່າງ"ແຂວງຢຸນນານ ສປ ຈີນໄດ້ຈັດຂຶ້ນຢູ່ໂຮງໝໍຕີດາກູສະວີປີເຮັນ ເມືອງຢາງກຸ່ງ ປະເທດມຽນມາໃນວັນທີ 19 ສິງຫານີ້ໂດຍແມ່ນມູນນິທິແລກປ່ຽນມິດຕະພາບສາກົນປະຊາຊົນຢຸນນານ, ຄະນະກຳມະການສາທາລະນະສຸກແລະວາງແຜນຄອບຄົວແຂວງຢຸນນານ, ໂຮງໝໍປະຊາຊົນທີ 2 ແຂວງຢຸນນານຈີນແລະມູນນິທິວິຊາຄາມຽນມາຮ່ວມກັນເປັນເຈົ້າພາບຈັດຂຶ້ນ.
ທ່ານດຣ.ຄວາລາ ປະທານສະມາຄົມການແພດມຽນມາຢືນຢັນໃນພິທີດັ່ງກ່າວວ່າ: ມຽນມາມີຜູ້ເປັນພະຍາດແກ່ນຕາຂຸ້ນເປັນຈຳນວນຫຼາຍ, ເຖິງວ່າລັດຖະບານໃຫ້ຄວາມສຳຄັນສູງກໍຕາມ,ແຕ່ເນື່ອງຈາກຂາດເງື່ອນໄຂດ້ານການປິ່ນປົວ, ອຸປະກອນການແພດແລະຢາປິ່ນປົວ, ຈາກນີ້,ການທີ່ພຽງແຕ່ອາໄສລັດເພື່ອແກ້ໄຂບັນຫາການປິ່ນປົວຄົນເຈັບແກ່ນຕາຂຸ້ນພາຍໃນເວລາສັ້ນນັ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ. ຈາກສະພາບນີ້, ໂຄງການ "ການເຄື່ອນໄຫວເພື່ອແສງສະຫວ່າງ"ທີ່ມີຈຸດປະສົງເພື່ອຊ່ວຍຜູ້ເປັນພະຍາດແກ່ນຕາຂຸ້ນມຽນມາເບິ່ງເຫັນຄືນໄດ້ໂດຍບໍ່ເສຍຄ່ານັ້ນເປັນການກຸສົນອັນປະເສີດ.
ໂອກາດປາໄສໃນພິທີດັ່ງກ່າວ, ທ່ານຢາງໂສເຈິ່ງ ທີ່ປຶກສາການເມືອງສະຖານທູດຈີນປະຈຳມຽນມາຢືນຢັນໂດຍເຊື່ອໝັ້ນວ່າ ກິດຈະກຳ "ການເຄື່ອນໄຫວເພື່ອແສງສະຫວ່າງ"ຄັ້ງນີ້ຈະເປັນການສ້າງຂົວຕໍ່ແຫ່ງໃໝ່ເພື່ອເສີມສ້າງມິດຕະພາບຈີນ-ມຽນມາແລະລົງເລິກມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງຊາດ. ສະຖານທູດຈີນສະໜັບສະໜູນການເຄື່ອນໄຫວເພື່ອການກຸສົນດັ່ງກ່າວນີ້ ທັງຍິນດີສະໜັບສະໜູນແລະປະສານງານເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ.
ກິດຈະກຳ "ການເຄື່ອນໄຫວເພື່ອແສງສະຫວ່າງ"ຄັ້ງນີ້ຈະດຳເນີນເປັນເວລາ 5 ວັນ, ຕາມແຜນການຈະຜ່າຕັດຜູ້ເປັນພະຍາດແກ່ນຕາຂຸ້ນ 200 ຄົນໂດຍບໍ່ເສຍຄ່າ.