​ສະຫຼອງວັນ​ເກີດ​ແຝດ​ໝີ​ແພນ​ດາຄົບ​ຮອບ 2 ປີ
2017-08-21 14:41:32  cri 

ເມື່ອ​ມໍ່ໆ​ນີ້, ສູນ​ອະ​ນຸ​ລັກ​ແລະ​ຄົ້ນ​ຄວ້າ​ໝີ​ແພນ​ດາ​ຈີນ​ປະ​ຈຳ​ເມືອງ​ຕູ່​ຈ່ຽງ​ຢ້ຽນໄດ້​ສະຫຼອງວັນ​ເກີ​ດ​ແຝດ​ໝີ​ແພນ​ດາ "ປິ່ງ​ປິ່ງ"ແລະ"ຊິ່ງ​ຊິ່ງ"ຄົບ​ຮອບ 2 ປີ​ໂດຍ ພະ​ນັກ​ງານ​ຂອງ​ສູນ​ດັ່ງ​ກ່າວ​ໄດ້​ກຽມ​ຂະ​ໜົມ​ເຄັກ​ນ້ຳ​ກ້ອນ​ທີ່​ເຮັດ​ສະ​ເພາະ​ແຝດ​ໝີ​ແພນ​ດາ​ ຂະ​ນະ​ທີ່​ບັນ​ດາ​ແຟນ​ຄ​ລັບ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ​ໄດ້​ສະ​ຫຼອງວັນ​ເກີດ​​ໃຫ້​ເຊັ່ນ​ດຽວ​ກັນ.

ໝີ​ແພນ​ດາ "ປິ່ງ​ປິ່ງ" ແລະ "​ຊິ່ງ​ຊິ່ງ"​ ເກີດ​ເມື່ອ​ວັນ​ທີ 18 ສິງ​ຫາ 2015 ຢູ່​​ສູນ​ລ້ຽງ​ໝີ​ແພນ​ດາ​ຮ່ອມ​ພູປີ້​ເຟິ່ງ​ເມືອງ​ຢາ​ອ່ານ​ແຂວງ​ເສ​ສວນ​ໂດຍແມ່​ຂອງ​ພວກ​ມັນ​ຊື່​ ຢາວ​ມານ. ໝີ​ແພນ​ດາ​ສອງ​ໂຕ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ຈາກ​​ບັນ​ດາ​ຊາວເນັດ​ເໝືອນ​ດັ່ງເປັນ​ດາ​ລາ​ດັງ​ທາງ​ອິນ​ເຕີ​ເນັດ, ​ຂະ​ນະ​ດຽວ​ກັນ​ກໍ​ມີ​ຊາວເນັດ​ຍັງ​ຕັ້ງ​ຊື່ຫຼິ້ນ​ໃຫ້​​ພວກ​ມັນວ່າ  "ເມີຍ​ເມີຍ" ແລະ "ທ້ານ​ທ້ານ"​ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ​ອີ​ກ​ດ້ວຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ