ລົດ​ຕູ້​​ບັນ​ທຸກ​ນັກ​ທ່ອງ​ທ່ຽວ​ຈີນ 11 ຄົນ​ເກີດ​ອຸ​ບັດ​ເຫດ​
2017-08-21 17:26:56  cri 


ສ​ະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຊຽງ​ໃໝ່​ປະ​ເທດໄທ​ໃຫ້​ຮູ້​ວ່າ: ເວ​ລາ 4 ໂມງ 30 ນາ​ທີ​ຂອງວັນ​ທີ 20 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລົດ​ຕູ້​ນຳທ່ຽວ​ທີ່​ບັນ​ທຸກ​​ນັກ​ທ່ອ​ງ​ທ່ຽວ​ຈີນ​ໄດ້​ຕຳ​ກັບ​ລົດກະ​ບະຄັນ​ໜຶ່ງ​ຢູ່​ທາງ​ຫຼວງ​ລະ​ດັບ​ແຂວງ​ຂອງ​ເມືອງດອຍ​ຊະ​ເກັດ​ແຂວງ​ຊຽງ​ໃໝ່ປະ​ເທດ​ໄທ ເຊິ່ງອຸ​ບັດ​ເຫດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ 11 ຄົນ​ບາດ​ເຈັບ, ໃນ​​ນີ້ 5 ຄົນ​ບາດ​ເຈັບ​ສາ​ຫັດ.


ປັດ​ຈຸ​ບັນ​,ຜູ້​ບາດ​ເຈັບ​ດັ່ງ​ກ່າວໄດ້​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ.


ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຊຽງ​ໃໝ່​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ໄປ​​ຢ້ຽມຢາມ​ນັກ​ທ່ອງ​ທ່ຽວ​ຈີນຢູ່​ໂຮງ​ໝໍ​ທັນທີ​ຫຼັງ​ໄດ້​ຮັບ​ຂ່າວ​ຈາກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ ທັງ​ໄດ້ຮ່ວມ​ກັບ​ຕຳ​ຫຼວດ,​ອົງ​ການ​ທ່ອງ​ທ່ຽວ​ແລະ​ບໍ​ລິ​ສັດ​ທ່ອງ​ທ່ຽວ​​ໄທ​ຊ່ວຍ​ເຫຼືອ​ປິ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ​ໝໍ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ