ເປີດ​ນຳ​ໃຊ້ສູນ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ
2017-08-21 14:20:25  cri 
ທ່ານ​ລູ້​ຈິງ​ຢູ ຮອງ​ຫົວ​ໜ້າ​ພະ​​ແນກ​ທີ່​ດິນ​ແຫ່ງ​ຊາດ​ແລະ​ຊັບ​ພະ​ຍາ​ກອນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 18 ສິງ​ຫາ​ນີ້​ວ່າ ຫຼັງ​ໄດ້​ຮັບ​ການ​ຢັ້ງ​ຢືນຜ່ານ​ການ​ທົດ​ລອງ​ແລະ​ກວດ​ກາ​ຈາກ​ອົງ​ການ​ຈັດ​ຕັ້ງ​ຝ່າຍ​ທີ 3, ສູນ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາຊຽນ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ຮອບ​ດ້ານ​ແລ້ວ​ເມື່ອ​ມໍ່ໆ​ນີ້ ເພື່ອ​ບໍ​ລິ​ການ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ປະ​ຈຳ​ວັນ​ໃນ​ຂະ​ແໜງ​ການ​ບໍ່​ແຮ່.

ສຳ​ນັກ​ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນປີ 2017 ໄດ້​ຖະ​ແຫຼງ​ຂ່າວ​ຢູ່​ເມືອງ​ໜານ​ໜິງ​ໃນ​ມື້​ດຽວ​ກັນ​ ແລະ​ທ່ານ​ລູ້​ຈິງ​ຢູ​ເປີດ​ເຜີຍ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ໂຄງ​ການ "ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ", ສູນ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ​ນຳ​ໃຊ້ສອງ​ພາ​ສາ ຄື ພາ​ສາ​ຈີນ ແລະ​ພາ​ສາ​ອັງ​ກິດ ແລະ​ແບ່ງ​​ອອກເປັນ 9 ພາກ ເຊັ່ນ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ການ, ຂໍ້​ມູນ​ຂະ​ແໜງ​ການ​ບໍ່​ແຮ່, ການ​ຮ່ວມ​ມື​ໂຄງ​ການ, ການ​ຄ້າ​ຜະ​ລິດ​ຕະ​ພັນ, ຂໍ້​ມູນ​ອາ​ຊຽນ ແລະ​ອື່ນໆ. ປັດ​ຈຸ​ບັນ, ການ​ອອກ​ແບບ, ການ​ກໍ່​ສ້າງ​ຖານ​ຂໍ້​ມູນ ແລະ​ການ​ຊື້​ເຄື່ອງ​ສະ​ສົມ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ​ໄດ້​ສຳ​ເລັດ​ແລ້ວ ແລະ​ໄດ້​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ແບບ​ປະ​ຈຳ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ