ພິມ​ຈຳ​ໜ່າຍ​ສະ​ແຕມລະ​ນຶກ "ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທີ່​ເຊ້ຍ​ເໝິນ" ເປັນ​ຄັ້ງ​ປະ​ຖົມ​ມະ​ລືກ
2017-08-21 14:28:01  cri 

ວັນ​ທີ 19 ສິງ​ຫາ​ນີ້, ພິ​ທີ ພິມ​ຈຳ​ໜ່າຍ​ສະ​ແຕມລະ​ນຶກ "ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທີ່​ເຊ້ຍ​ເໝິນ" ​ຄັ້ງ​ປະ​ຖົມ​ມະ​ລືກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝິນ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈີນ​ອອກ​ແບບ​ແລະ​ພິມ​ຈຳ​ໜ່າຍ​ສະ​ແຕມທີ່​ສ່ອງ​ແສງ​ໃຫ້​ເຫັນ​ບັນ​ຍາ​ກາດການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ບ​ຣິກ​ສ໌. ຂ່າວ​ແຈ້ງວ່າ, ການ​ອອກ​ແບບ​​ສະ​ແຕມ​ໄດ້​ຖື​ເອົາ​ຊື່​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ປີ 2017 ແລະ​ກາ​ໝາຍ​ກອງ​ປະ​ຊຸມ​ເປັນຫຼັກ ​ທັງ​ໄດ້​​ປະ​ສານ​ສົມ​ທົບ​ກັບ​ພາບ​ແຫຼ່ງ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກຂອງ​ເມືອງ​ເຊ້ຍ​ເໝິນ ເຊັ່ນ: ແຫຼ່ງ​ທ່ອງ​ທ່ຽວ​ກູ​ລ້າງ​ຢູ, ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເໝິນ, ບ້ານ​ຈີ໋​ເໝີຍ​ສົວ ແລະ​ອື່ນໆ ໂດຍເປັນ​ພາບ​ທິວ​ທັດກວ້າງ​ຂວາງ ແລະ​ສີ​ສັນງົດ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ