ຈີນ​ພົບ​ດາວ​ທະ​ເລ brittle ຢູ່​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ​ຕາ​ເວັນ​ຕົກ
2017-08-21 16:16:18  cri 


    ວັນ​ທີ 20 ສິງ​ຫານີ້, ກຳ​ປັ່ນ​ສຳຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ຢູ່​ທະ​ເລ​ໄກຮຸ່ນ​ໃໝ່​ທີ່​ຊື່​ວ່າ "ວິ​ທະ​ຍາ​ສາດ" ຂອງ​ຈີນ ໄດ້​ສືບ​ຕໍ່​ສຳຫຼວດ​ວິ​ທະ​ຍາ​ສາດ​ຢູ່​ມະ​ຫາ​ສະ​ໝຸດ​ຕາ​ເວັນ​ຕົກ ໂດຍ​ເຮືອ​ດຳ​ນ້ຳ​ບໍ່​ບັນ​ທຸກ​ມະ​ນຸດ "ຟ່າ​ຊ້ຽນ" ​ຢູ່​ກຳ​ປັ່ນ​ດັ່ງ​ກ່າວ ສາ​ມາດ​ເກັບ​ ຕົວ​ຢ່າງ​ພືດ​ແລະ​ສັດຫຼາຍ​ຊະ​ນິດ​ຢູ່​ພູ​ທະ​ເລ​ແຄ​ໂຣ​ລິນໄດ້​, ໃນ​ນີ້​ມີດາວ​ທະ​ເລ brittle ໂຕ​ໜຶ່ງ​​ທີ່ໜ້າ​ສົນ​ໃຈ​ທີ່​ສຸດ.

    ດາວ​ທະ​ເລ brittle ມີ 2.000 ກວ່າ​ຊະ​ນິດ ​ແລະ​ມີ​ຄວາມ​ສາ​ມາດ​ເກີດ​ໃໝ່​ຢ່າງ​ຫຼວງຫຼາຍ​ເຊິ່ງໃນ​ເວ​ລາ​ພົບ​​ອັນ​ຕະ​ລາຍ, ຕີນ​ຂອງມັນ​​ຈຳ​ນວນ​ໜຶ່ງ​ຈະຫຼົ່ນ​ກ້າວ​ໄປ​ສູ່​ໝົດ​ໂຕເພື່ອປົບ​ໜີ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ