ທະ​ນາ​ຄານ OCBC ສິງ​ກະ​ໂປ​ແລະ​ທະ​ນາ​ຄານ​ນິງ​ໂປ່​ຈີນ​ຕໍ່​ສັນ​ຍາ​ອີກ 10 ປີ
2017-08-21 16:36:26  cri 
    ທະ​ນາ​ຄານ OCBC ສິງ​ກະ​ໂປ ປະ​ກາດ​ໃນ​ວັນ​ທີ 18 ສິງ​ຫານີ້​ວ່າ ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ອີກ 10 ປີ​ກັບ​ທະ​ນາ​ຄານ​ນິງ​ໂປ​ຂອງ​ຈີນ.

    ນີ້​ແມ່ນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ສະ​ບັບ​ທີ​ສອງ​ທີ່​ສອງ​ຝ່າຍລົງ​ນາມ ຫຼັງ​ທະ​ນາ​ຄານ OCBC ຊື້​ຫຸ້ນ​​ທະ​ນາ​ຄານ​ນິງ​ໂປ່​​ເມື່ອ​ປີ 2006. ​ສັນ​ຍາ​ສະ​ບັບ​ໃໝ່​ດັ່ງ​ກ່າວ​ລະ​ບຸ​ວ່າ, ບໍ​ລິ​ສັດ OCBC ຈະ​ສະ​ໜັບ​ສະ​ໜູນ​ເຕັກ​ນິກ​ແລະ​ການ​ທຸ​ລະ​ກິດຕ່າງໆ​ເຊັ່ນ: ການ​ຄວບ​ຄຸມ​ຄວາມ​ສ່ຽງ, ການກວດ​ກາ​ບັນ​ຊີ​ພາຍ​ໃນ, ທະ​ນາ​ຄານ​ຂາຍ​ຍ່ອຍ, ​ທຸ​ລະ​ກິດ​ທຶນ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ບັດ​ສິນ​ເຊື່ອ ແລະ​ເຕັກ​ນິກ IT ເປັນ​ຕົ້ນ​ໃຫ້​ແກ່​ທະ​ນາ​ຄານ​ນິງ​ໂປ່.

    ບໍ​ລິ​ສັດ OCBC ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ທະ​ນາ​ຄານ​ນິງ​ໂປ່​ໃນ​ເດືອນ​ມັງ​ກອນ​ປີ 2006 ໂດຍ​ໄດ້​ຊື້​ຫຸ້ນ 12,2% ແລະ​ກາຍ​ເປັນ​ຂາ​ຫຸ້ນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ທະ​ນາ​ຄານ​ນິງ​ໂປ່. ຈາກນັ້ນ ກໍໄດ້​ ຊື້​ຫຸ້ນເພີ່ມ​​ອີກ​ເຖິງສອງ​ເທື່ອ​ຄື​ເມື່ອ​ປີ 2010 ແລະປີ 2014 ຈົນ​ກາຍ​ເປັນ​ຜູ້​ຖື​ຫຸ້ນ​ເຖິງ 20%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ