ນັກ​ສຶກ​ສາ​ອິນ​ໂດ​ເນ​ເຊຍ 215 ຄົນ​ໄດ້​ຮັ​ບ​ທຶນ​ການ​ສຶກ​ສາ​ຈາກ​ລັດ​ຖະ​ບານ​ຈີນ​ສົກ​ປີ​2017
2017-08-22 17:31:11  cri 
ວັນ​ທີ 21 ສິງ​ຫາ​ນີ້ ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ພິ​ທີ​ມອບ​ໃບ​ຮັບ​ນັກ​ສຶກ​ສາໃຫ້​ແກ່​ນັກ​ສຶກ​ສາ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ລັດ​ຖະ​ບານ​ຈີນ​ສົກ​ປີ 2017,ແລະ​ຈັດ​ພິ​ທີ​ນຳ​ສົ່ງ.

ທ່ານ ຊຸ່ນ​ເຫວີຍ​ເຕີ ອຸ​ປະ​ທູດ​ຊົ່ວ​ຄາວຂອ​ງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ທີ່ເຂົ້າ​ຮ່ວມ​ພິ​ທີ​ໄດ້​ກ່າວ​ວ່າ: ພາຍ​ໃຕ້​ຂອບ​ກົນ​ໄກ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ, ສອງ​ປະ​ເທດ​ໄດ້​ເຊັນ "ສັນ​ຍາ​ວ່າ​ດ້ວຍ​ການຮັບ​ຮອງ​ປະ​ຫວັດ​ການ​ສຶກ​ສາ​ຊັ້​ນ​ສູງ​ຂອງ​ກັນ​ແລະ​ກັນ​ລະ​ຫວ່າງຈີນ-​ອິນ​ໂດ​ເນ​ເຊຍ"ເຊິ່ງ​ສາ​ມາດ​ສ້າງ​ເງື່ອນ​ໄຂ​ທີ່​ດີກວ່າ​ໃຫ້​ແກ່​ການ​ແລກ​ປ່ຽນ​ນັກ​ສຶກ​ສາ​ຂອງ​ສອງ​ປະ​ເທດ​ທັງ​ສາ​ມາດ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃ​ສ​ໃຫ້​ແກ່​ນັກ​ສຶກ​ສາ​ຫຼັງ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ. ປັດ​ຈຸ​ບັນ, ​ມີ​ນັກ​ສຶ​ກ​ສາ​ອິນ​ໂດ​ເນ​ເຊຍ 14.000 ກວ່າ​ຄົນ​ຮຽນ​ຢູ່​ຈີນ ແລະຈີນ​ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ຮຽນ​ຕໍ່​ຢູ່​ຕ່າງ​ປະ​ເທດ​ແຫ່ງ​ທີ​ສອງ​ຂອງ​ນັກ​ສຶ​ກ​ສາ​ອິນ​ໂດ​ເນ​ເຊຍ. ຂະ​ນະ​ດ​ຽວ​ກັນ,ໃນ​ແຕ່​ລະ​ປີ ຈຳ​ນວນ​ນັກ​ສຶກ​ສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ແຕ່​ລະ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ