ກາ​ບູນ​ຖືກ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ
2017-08-22 17:32:10  cri 
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 21 ສິງ​ຫາ​ນີ້, ​ຢູ່ນະ​ຄອນ​ຫຼວງ​ກາ​ບູນ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ ເຊິ່ງ​ໄດ້​ສ້າງ​ຄວາມ​ວຸ້ນ​ວາຍ​ຂຶ້ນ​ໃນ​ເມືອງ.

​ຜູ້​ສັນ​ທັດ​ກໍ​ລະ​ນີ​ຢືນ​ຢັນ​ວ່າ: ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ມານ 22 ໂມງ 11 ນາ​ທີ​ຂອງ​ມື້​ດັ່ງ​ກ່າວ ໂດຍ​ຈຸດ​ເກີດ​ເຫດ​ຢູ່​ໃກ້​ເຂດ​ສະ​ຖານ​ທູດ​ໃນ​ນະ​ຄອນ​ຫຼວງ​ກາ​ບູນ. ຫຼັງ​ສຽງ​ລະ​ເບີດ​ດັງ​ຂຶ້ນ​ແລ້ວ,ກໍ​ເກີດ​ມີ​ສຽງ​ເຕືອນ​ໄພ​ດັງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່​ເຂດ​ດັ່ງ​ກ່າວ.

ຫຼັງ​ຈາກ​ເກີດ​ເຫດ​, ເສັ້ນ​ທາງ​ສາຍ​ຫຼັກ​ໄປ​ສູ່​ເຂດ​ສະ​ຖານ​ທູດ​ໄດ້​ຖືກ​ປິດ,ແລະ​ບໍ່​ໄດ້​ມີ​ການ​ລາຍ​ງານ​ຜົນ​ເສຍ​ຫາຍເຖິງ​ຊີ​ວິດ​ເທື່ອ. ຂະ​ນະ​ທີ່ປັດ​ຈຸ​ບັນ​ຍັງ​ບໍ່ໄດ້​ມີ​ອົງ​ການ​ຫຼື​ບຸກ​ຄົນ​ໃດ​ໆປະ​ກາດ​ຄວາມ​ຮັບ​ຜິດ​ຊອບ​ໃນການ​ໂຈມ​ຕີ​ດັ່ງ​ກ່າ​ວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ