ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຈີນ​ພົບ​ປະ​ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ໄທ
2017-08-22 10:11:43  cri 
ທ່ານ​ສາ​ງວ້ານ​ສວນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສຸ​ຣະ​ພົງ ສຸ​ວະ​ນາ ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ໄທ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 21 ສິງ​ຫາ​ນີ້.

ທ່ານ​ສາງວ້ານ​ສວນ​ກ່າວ​ວ່າ, ຈີນ​ແລະ​ໄທ​ເປັນ​ບ້ານ​ໃກ້​ທີ່​ສະ​ໜິດ​ສະ​ໜົມ​ກັນຄືຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ເຊິ່ງໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ກອງ​ທັບ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ຮ່ວມ​ມື​ໃນຫຼາຍ​ລະ​ດັບ​ແລະຫຼາຍ​ຂົງ​ເຂດ. ​ຂະ​ນະ​ດຽວ​ກັນ, ຈີນ​​ກໍຍິນ​ດີ​ຮ່ວມ​ກັບ​ໄທ​ເພີ່ມ​ທະ​ວີ​ການ​ປ​ະ​ສານ​ງານ​ທາງ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ຂະ​ຫຍາຍ​​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ບົນ​ພື້ນ​ຖານ​ແຫ່ງ​ຜົນ​ສຳ​ເລັດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ.

ທ່ານ​ສຸ​ຣະ​ພົງ​ກ່າວ​ວ່າ, ໄທ​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ ສືບ​ຕໍ່​ລົງ​ເລິກ​ຮ່ວມ​ມື​ການ​ຊ້ອມ​ຮົບ​ຮ່ວມ, ຝຶກ​ຊ້ອມ​ຮ່ວມ, ອຸ​ປະ​ກອນ​ເຕັກ​ນິກ, ການ​ຝຶກ​ອົບ​ຮົມ​ບຸກ​ຄະ​ລາ​ກອນ, ຄວາມ​ໝັ້ນ​ຄົງຫຼາຍ​ຝ່າຍ ແລະ​ອື່ນໆ ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ທາງ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ