​ໄຕ​ມາດ​ທີ​ 2 ປີ​ນີ້​ເສດ​ຖະ​ກິດ​ໄທ​ເຕີບ​ໂຕ​ໃນໄດ້​ລະ​ດັບ​ສູງ​ສຸດ​ໃນ​ຮອບ 4 ປີ
2017-08-22 10:45:45  cri 
ຕົວ​ເລກ​ທີ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 21 ສິງ​ຫາ​ນີ້​ວ່າ, GDP ໃນ​ໄຕ​ມາດ​ທີ 2 ປີ​ນີ້​​ໄດ້​ເພີ່ມ​ຂຶ້ນ 3,7% ແລະ​ສູງກວ່າ​ໄຕ​ມາດ​ທຳ​ອິດທີ່​ຢູ່​ໃນ​ລະ​ດັບ 3,3% ແລະ​ເປັນ​ຈັງ​ຫວະ​ເຕີບ​ໂຕ​ສູງ​ສຸດ​ນັບ​ແຕ່​ໄຕ​ມາດ​ທີ 2 ປີ 2013 ​ເປັນ​ຕົ້ນ​ມາ.

ຂ່າວ​ແຈ້ງວ່າ, ໄທ​ບັນ​ລຸຍອດ​ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​ໃນ​ໄຕ​ມາດ​ທີ 2 ປີ​ນີ້​​ເຖິງ 56 ຕື້ 145 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ​ສູງກວ່າ​ຈັງ​ຫວະ​ເຕີບ​ໂຕ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ​ທີ່​ຢູ່​ໃນ​ລະ​ດັບ 6,8% ແລະ​ມູນ​ຄ່າ​ການ​ຄ້າ​ສົ່ງ​ອອກ​​ໃນຕະຫຼາດ​ສຳ​ຄັນ​ຕ່າງໆ ເຊັ່ນ ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ​ອິນ​ເດຍ ລ້ວນ​ແຕ່​​ເພີ່ມ​ຂຶ້ນ; ​ຂະ​ນະ​ທີ່ຍອດ​ມູ​ນ​ຄ່າ​ການ​ຄ້າ​ນຳ​ເຂົ້າ​ກໍ​ບັນ​ລຸ 49 ຕື້ 523 ລ້ານ​ໂດ​ລາ ແລະ​ເພີ່ມ​ຂຶ້ນ 13,8%. ນອກ​ນີ້, ການ​ລົງ​ທຶນ​​ຂອງເອ​ກະ​ຊົນ​ກໍ​ເພີ່ມ​ຂຶ້ນ 3,2% ​ໂດຍ​ຕົ້ນ​ຕໍ​ຢູ່​ໃນ​ຂະ​ແໜງ​ການ​ກົນ​ຈັກ​ແລະ​ກໍ່​ສ້າງ, ​ສ່ວນການ​ລົງ​ທຶນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ກໍ​ເພີ່ມ​ຂຶ້ນ 20,5%.

ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ເສດ​ຖະ​ກິດ​ໄທ​ເຫັນ​ວ່າ, ເສດ​ຖະ​ກິດປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ ແລະ​ຄາດ​ວ່າ 6 ເດືອນ​ທ້າຍ​ປີ, ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ແລະ​ເອ​ກະ​ຊົນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ສົ່ງ​ອອກ, ຂະ​ແໜງ​ການ​ໂຮງ​ແຮມ​ແລະ​ຮ້ານ​ອາ​ຫານ, ການ​ຜ​ະ​ລິດ​​ອຸດ​ສາ​ຫະ​ກຳ​ກໍ​ຈະ​ເພີ່ມ​ຂຶ້ນ. ຈາກ​ນີ້​ຈິ່ງໄດ້​ຍົກ​ຄາດ​ໝາຍ​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໝົດ​ປີ​ຂຶ້ນ​ແຕ່ 3,5% ຫາ 4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ