ຈີນພ້ອມ​ຟີ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້
2017-08-23 18:02:36  cri 
ຫວ່າງ​ມໍ່ໆ​ມາ​ນີ້, ໜັ​ງ​ສື​ພິມ​ການ​ຄ້າ​ຟີ​ລິບ​ປິນ​ໄດ້​ຕີ​ຂ່າວ​ວ່າ: ຈາກ​ກ່ອນ​ໜ້າ​ນີ້, ທ່ານ ຄາ​ປີ​ໂອ ຜູ້​ພິ​ພາກ​ສາ​ໃຫຍ່​ຂອງ​ຟີ​ລິບ​ປິນ​ເຄີຍ​ກ່າວວ່າ "ຈີນບຸກ​ເຂົ້າ​​ແດນ​ຟີ​ລິ​ບ​ປິນ" ​ນັ້ນ, ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​​ກໍ​ໄດ້ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 21 ສິງ​ຫາ​ນີ້​ວ່າ: "ພວກ​ເຮົາ​ບໍ່​ໄດ້​ຖືກ​ຮຸກ​ຮານ ແລະນີ້​ບໍ່​ແມ່ນ​ເລື່ອງ​​ຈິງ."

ຂະ​ນະ​ທີ່​ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງ​​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ສິງ​ຫາ​ນີ້ ​ໂດຍ​ໄດ້​ຕອບ​ຄຳ​ຖາມ​ຕໍ່​ການ​ລາຍ​ງານ​ຂ່າວດັ່ງ​ກ່າວ​ວ່າ: "​ບໍ່​ວ່າບຸກ​ຄົນ​ໃດໆ​​ໃນ​ປະ​ເທດ​ຟີ​ລິບ​ປິນທີ່​ຕຳ​ໜິ​ຈີນ​ຕາມ​ລຳ​ພັງ​ໃຈນັ້ນ​ລ້ວນ​ແຕ່​ຫວັງ​ຍຸ​ແຍ່​ໃຫ້​ເກີດຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ ລວມ​ທັງອາດ​ຈະ​ມີ​ຈຸດ​ປະ​ສົງ​ອື່ນ​ທີ່​ບໍ່​ສາ​ມາດ​ເປີດ​ເຜີຍ​ໄດ້."

ທ່ານນາງ ຮ​ວ້າ​ຊຸ່ນ​ຢິງ ​ເນັ້ນ​ວ່າ: ແຕ່​ໃດ​ມາ,ຈີນ​ໄດ້​ສຸມ​ໃສ່​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ບັນ​ຫາ​ຕ່າງໆກັບ​ປະ​ເທດ​ອະ​ທິ​ປະ​ໄຕ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ດ້ວຍການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ. ຂະ​ນະ​ດຽວ​ກັນ,ຈີນ​ກໍຍິນ​ດີ​ຮ່ວມ​ກັບ​ຟີ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ,ລົງ​ເລິກ​ການ​ຮ່ວມ​ມືທາງ​ທະ​ເລ​ຢ່າງ​ແທ້​ຈິງ,ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ໃນ​ປັດ​ຈຸ​ບັນ​ທີ່​ຍາດ​ມາ​ໄດ້ນັ້ນ​ໄດ້​ເປັນ​ຢ່າງ​ດີ,ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ໃຫ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ