ຈັດງານລ້ຽງຕ້ອນຮັບທ່ານເອກອັກຄະລັດຖະທູດສປ ຈີນ ຄົນໃໝ່ ປະຈໍາ ສປປ ລາວ
2017-08-23 16:15:36  cri 

   

 ຕອນຄໍ່າວັນທີ 22 ສິງຫາ 2017 ນີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ,  ທ່ານ ຄໍາມະນີ ອິນທິລາດ ປະທານສະມາຄົມມິ
ດຕະພາບລາວ-ຈີນ, ພາກສ່ວນກ່ຽວຂ້ອງ ທັງລາວແລະຈີນ, ພ້ອມດ້ວຍພະນັກງານສະຖານທູດຈີນປະຈໍາລາວ​ໄດ້ເຂົ້າຮ່ວມ​ງານລ້ຽງ​ຕ້ອນ​
ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ ຈີນ​ຄົນ​ໃໝ່.

ທ່ານ ຫວາງ ເວີນທ່ຽນ ເອ​ກອັກຄະລັດຖະທູດ ສປ ຈີນຄົນໃໝ່ ປະຈໍາ ສປປ ລາວ ກ່າວວ່າ: ຫຼັງຈາກ​ໄດ້ດໍາລົງຕໍາແໜ່ງຢູ່ ສປປ
ລາວ ເປັນເວລາ 1 ເດືອນ​ກໍ ໄດ້ມີໂອກາດພົບປະແລກປ່ຽນກັບການນໍາຂັ້ນສູງຂອງພັກ-ລັດລາວ ແລະພາກ​ສ່ວນຕ່າງໆ

ໃນສັງຄົມຊຶ່ງ​ສາ​ມາດເຂົ້າໃຈຢ່າງເລິກເຊິ່ງຕໍ່​ນ້ຳ​ໃຈມິດຕະພາບຂອງປະຊາຊົນລາວ​ກັບປະຊາ ຊົນຈີນ ແລະ ຄວາມມຸ່ງມາດປາຖະ ໜາ
ຢ່າງແຮງກ້າຂອງລາວ ທີ່ຫວັງຮ່ວມມື​ກັບຈີນ​ຕື່ມ​ອີກ ແລະ ​ບັນ​ຫາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

     ທ່ານກ່າວຕື່ມວ່າ:ຂ້າພະເຈົ້າດີໃຈທີ່ເຫັນສາຍພົວພັນຄູ່ຮ່ວມຍຸດທະສາຮອບດ້ານລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ
ໂດຍທັງສອງຝ່າຍ​ໄດ້ເພີ່ມທະວີການ ເຊື່ອມໂຍງເຂົ້າກັບດ້ານຍຸດທະສາດການພັດທະນາຂອງປະເທດຢ່າງຕໍ່ເນື່ອງ. ໃນຖານະເປັນ
ທູດຈີນຜູ້ໃໝ່ຈະຕັ້ງໜ້າເຮັດວຽກ,ແລະພະຍາຍາມເປັນຂົວຕໍ່ມິດຕະພາບຂອງສອງຊາດ ​ທັງ​ຈະອອກແຮງຊຸກຍູ້ການຈັດຕັ້ງປະຕິບັດ
ຂໍ້ຕົກລົງ ແລະ ໝາກຜົນທີ່ສໍາຄັນທີ່ ການນຳສອງ ປະເທດເຫັນດີ,ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍ ເພີ່ມທະວີ
ຄວາມເຂົ້າໃຈ ແລະ ສົ່ງ​ເສີມ​ນ້ຳ​ໃຈມິດຕະພາບລະຫວ່າງປະຊາຊົນສອງຊາດ ແລະ ສ້າງສາຄູ່ຮ່ວມຊະຕາກໍາ ທີ່ມີຄວາມໝາຍ
ຍຸດທະສາດຂອງສອງປະເທດ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າລາວຈະສືບຕໍ່ ສະໜັບສະໜູນ ແລະ ຊ່ວຍເຫຼືອຕໍ່ສະຖານທູດຈີນປະຈໍາ
ສປປ ລາວຫຼາຍກວ່າ​ເກົ່າແລະ ຈະ ຮ່ວມ ​ສຸມ​ໃສ່​ສົ່ງ​ເສີມ​ນ້ຳ​ໃຈມິດຕະພາບ​ຂອງສອງຊາດໃຫ້ມີ​ອະນາຄົດ ​ທີ່ດີງາມກວ່າເກົ່າ.  

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ