ຈະ​ສ້າງ​ສູນ​ປະ​ດິດ​ສ້າງ​ການ​ຜະ​ລິດ​ສາ​ກົນ​ສິງ​ກະ​ໂປ​ຢູ່ກວາງ​ໂຈ່ວ
2017-08-23 16:16:27  cri 
    ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສິງ​ກະ​ໂປ-ກວາງ​ຕຸ້ງ​ຄັ້ງ​ທີ 8 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງກວາງ​ໂຈ່ວ ສ​ປ ຈີນ​ໃນ​ວັນ​ທີ 22 ສິງ​ຫານີ້ ໂດຍ​ເມືອງ​ແຫ່ງຄວາມ​ຮູ້ຈີນ-ສິງ​ກະ​ໂປຢູ່​ເມືອງກວາງ​ໂຈ່ວ​​ແລະ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ແລະ​ສັນ​ຍາ​ຂອບ ​ 8 ໂຄງ​ການ.

    ຕາມ​ສັນ​ຍາ, ໂຄ​ງ​ການ "ສູນ​ປະ​ດິດ​ສ້າງ​ການ​ຜະ​ລິດ​ສາ​ກົນ​ສິງ​ກະ​ໂປ" ແລະ​ໂຄງ​ການ "ສູນ​ປະ​ດິດ​ສ້າງ​ພະ​ລັງ​ງານ​ແລະ​ກາກບອນ​ຕ່ຳ​ຈີນ-ອັງ​ກິດ" ລ້ວນ​ແຕ່​ຈະ​ສ້າງ​ຢູ່​ເມືອງແຫ່ງ​ຄວາມ​ຮູ້ ​ຈີນ-ສິງ​ກະ​ໂປ​ຢູ່​ເມືອງກວາງ​ໂຈ່ວ. ໂຄ​ງ​ການ "ສູນ​ປະ​ດິດ​ສ້າງ​ການ​ຜະ​ລິດ​ສາ​ກົນ​ສິງ​ກະ​ໂປ" ແມ່ນ​ສູນ​ບໍ​ລິ​ການ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ທີ່​ເມືອງ​ແຫ່ງ​ຄວາມ​ຮູ້​ແລະ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ສິງ​ກະ​ໂປ​ຈະ​ຮ່ວມ​ກັນ​ຊຸກ​ຍູ້; ສ່ວນໂຄງ​ການ "ສູນ​ປະ​ດິດ​ສ້າງ​ພະ​ລັງ​ງານ​ແລະ​ກາກບອນ​ຕ່ຳ​ຈີນ-ອັງ​ກິດ" ທີ່ຈະ​ສ້າງ​​ຂຶ້ນນັ້ນ ກໍເພື່ອ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ກາກ​ບ່ອນ​ຕ່ຳ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫ​ະ​ກິດ​ອັງ​ກິດ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ​ຢູ່​ຈີນ, ​ລວມ​ທັງ​ການໃຫ້​ການ​ບໍ​ລິ​ການ​ລົງ​ທຶນ​ແລະ​ລະ​ດົມ​ທຶນ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ