ບໍ​ລິ​ສັດ​ອາ​ລີ​ເພເປີດ​ນຳ​ໃຊ້ຕຶກ​ຫ້ອງ​ການ​ໃໝ່​
2017-08-23 16:52:48  cri 

ຫວ່າງມໍ່ໆ​ນີ້, ຕຶກ​ຫ້ອງ​ການ​ໃໝ່​ຂອງ​ບໍ​ລິ​ສັດ​ອາ​ລີ​ເພ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ ເຊິ່ງມີ​ຊື່​ວ່າ "ຊ່ອງ​ຫວ່າງ Z ແມ່​ມົດ" ໂດຍ​ມີ​ຮູບ​ຄື​ຕົວ​ໜັງ​ສື​ຈີນ "之" ແລະ​ອອກ​ແບບ​ໂດຍ​ສຳ​ນັກ​ງານກໍ່​ສ້າງ NBBJ ອາ​ເມ​ລິ​ກາ.

ຕຶກຫຼັງ​ນີ້ ຕັ້ງ​ຢູ່​ລະ​ຫວ່າງ​ຖະ​ໜົນ​ຊີ່​ຊີ່​ແລະ​ຖະ​ໜົນ​ທ່ຽນ​ມູ້​ຊ່ານ​ເມືອງ​ຮາງ​ໂຈ່ວ, ກ​ວມ​ເອົາ​ເນື້ອ​ທີ່​ປະ​ມານ 3 ເຮັກ​ຕາ, ​ມີ 9 ຊັ້ນ, ສາ​ມາດ​ຮອງ​ຮັບ​ໄດ້​ປະ​ມານ 8.000 ຄົນ ແລະໃຊ້​ເວ​ລາ​ກໍ່​ສ້າງ 5 ປີ​ຈຶ່ງ​ສຳ​ເລັດດ້ວຍ​ການ​ລົງ​ທຶນ​ 1 ຕື້ 130 ລ້ານຢວນ.
1  2  3  4  5  6  7  8  9  10  11  12  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ