ການ​ສູ້​ຮົບ​ຢູ່​ເມືອງ​ມາ​ລາ​ວີສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ນັກ​ຮຽນ​ຫຼາຍ​ໝື່ນ​ຄົນ
2017-08-24 14:14:35  cri 
ວັນ​ທີ 23 ສິງ​ຫາ​ນີ້, ການ​ສູ້​ຮົບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ມາ​ລາ​ວີ​ພາກ​ໃຕ້​ຟີ​ລິບ​ປີນ​ໄດ້​ກ້າວ​ເຂົ້າ​ສູ່​ເດືອນ​ທີ 4 ແລ້ວ, ​ເຊິ່ງອົງ​ການ "​​ຊ່ວຍ​ເຫຼືອ​ເດັກ​ນ້ອຍ" ຟີ​ລິບ​ປີນ​ເປີດ​ເຜີຍ​ໂດຍ​ຜ່ານ​ສູນ​ຖ​ະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ວ່າ, ການ​ສູ້​ຮົບ​ທີ່​ດຳ​ເນີນ​ເປັນ​ເວ​ລາ 3 ເດືອນ​ໄດ້​ເຮັດ​ໃຫ້​ນັກ​ຮຽນ​ຫຼາຍ​ໝື່ນ​ຄົນ​ໃນ​ເມືອງ​ດັ່ງ​ກ່າວ​ຜະ​ເຊີນ​ກັບ​​ຄວາມ​​ຫຍຸ້ງ​ຍາກ​ແລະຂາດ​ການ​ຮຽນ, ​ລວມ​ທັງ​ບັ່ນ​ທອນ​ຈິດ​ໃຈ​ຂອງ​ພວກ​ເຂົາ​ຕື່ມ​ອີກ.

ອົງ​ການ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ເລີ່ມ​ແຕ່​ເກີດ​ການ​ສູ້​ຮົບ​​ເມື່ອ​ວັນ​ທີ 23 ພຶດ​ສະ​ພາ​ເປັນ​ຕົ້ນ​ມາ, ​ປະ​ຊາ​ຊົນຫຼາຍ​ກວ່າ 3 ແສນ 5 ໝື່ນ​ຄົນໄດ້​ອົບ​ພະ​ຍົບ​ຈາກ​ມາ​ລາ​ວີ, ໃນ​ນັ້​ນີ້​ມີນັກ​ຮຽນ 6 ໝື່ນ​ຄົນ​. ອົງ​ການ​ດັ່ງ​ກ່າວ​ໄດ້​ຕັ້ງ​ຈຸດ​ຮຽນ​ຊົ່ວ​ຄາວ 25 ຈຸດ​ຢູ່​​ຫໍພັກ​​ຂອງ​ນັກ​ຮຽນ, ແລະ​ໄດ້​ຢາຍອຸ​ປະ​ກອນ​ການ "ກັບ​ຄືນ​ສູ່​ໂຮງ​ຮຽນ" 3000 ຊຸດ​ໃຫ້​ແກ່​ນັກ​ຮຽນ, ຂະ​ນະ​ດຽວ​ກັນ​ຍັງ​ໄດ້​ຮ່ວມ​ມື​ກັບ​ກະ​ຊວງ​ສຶກ​ສາ​ທິ​ການ​​ຟີ​ລິບ​ປີນ, ເພື່ອ​ປົວ​ແປງ​ຈິດ​ໃຈ​ຂອງ​ຄູ​ອາ​ຈານ​ແລະ​ນັກ​ຮຽນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ