ພິມ​ຈຳ​ໜ່າຍບົດ​ປະ​ພັນ "ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ" ຂອງ​ທ່ານ​ສີ​ຈິ້ນ​ຜິງ​ສະ​ບັບ​ພາ​ສາ​ອັງ​ກິດ​ແລະ​ຝ​ຣັ່ງ​​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຈີນ
2017-08-24 15:24:57  cri 

ບົດ​ປະ​ພັນ "ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ" ຂອງ​ທ່ານ​ສີ​ຈິ້ນ​ຜິງ​ສະ​ບັບ​ພາ​ສາ​ອັງ​ກິດ​ແລະ​ຝ​ຣັ່ງ​​ໄດ້​ພິມ​ຈຳ​ໜ່າຍ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຈີນ​ໃນ​ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 24.

ບົດ​ປະ​ພັນ "ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ" ເປັນ​ບົດ​ປະ​ພັນ​ສ່ວນ​ຕົວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໂດຍ​ໄດ້​ຮິບ​ໂຮມ​ບົດ​ປາ​ໄສ​ສຳ​ຄັນ​ແລະ​ບົດ​ຂຽນ​ທີ່​ໄດ້​ລົງ​ຕິດ​ຕາມກວດ​ກາ​ວຽກ​ງານ 29 ບົດ ໃນ​ໄລ​ຍະ​ທ່ານ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ນິ້ງ​ເຕີ໋​ແຕ່​ປີ 1988 ຫາ​ປີ 1990 ​ລວມ​ທັງຮູບ​ພາບ​ສີ 10 ໃບ ​ແລະ​ອີກ 6 ໃບ​ເປັນ​ຮູບ​ໃນ​ໄລ​ຍະ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ເມືອງ​ນິ້ງ​ເຕີ໋.

ບົດ​ປະ​ພັນ​ດັ່ງ​ກ່າວ​ໄດ້ເນັ້ນ​ເນື້ອ​ໃນ​ທີ່​ເຂດ​ພາກ​ຕາ​ເວັນ​ອອກ​ແຂວງ​ຝູ​ຈ້ຽນ​ຄວນ​ເຮັດ​ແນວ​ໃດ ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງ​ມີ ແລະ​ເລັ່ງ​​ພັດ​ທະ​ນາ ໂດຍ​ໄດ້​ສະ​ເໜີ​ລະ​ບຽບ, ທັດ​ສະ​ນະ​ຄະ​ຕິ, ທັດ​ສະ​ນະ​ແລະ​ວິ​ທີ​ຕ່າງໆ​ອອກ​ມາ ເພື່ອ​​ແກ້​ບັນ​ຫາ​ລະ​ຫວ່າງ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ທີ່​ສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ຝູ​ຈ້ຽນ ເຊິ່ງ​ປະ​ກອບ​ມີການ​ສ້າງ​ເສດ​ຖະ​ກິດ, ການ​ສ້າງ​ລະ​ບົບການ​ເມືອງ, ການ​ສ້າງ​ວັດ​ທ​ະ​ນະ​ທຳ, ການ​ສ້າງ​ສັງ​ຄົມ, ການ​ສ້າງ​​ອະລິ​ຍະ​ທຳ​ນິ​ເວດ​ວິ​ທະ​ຍາ, ການ​ກໍ່​ສ້າງ​ພັກ ແລະ​ອື່ນໆ ໂດຍມີ​ເນື້ອ​ໃນ​ດ້ານ​ແນວ​ຄິດ​ທີ່​ອຸ​ດົມ​ສົມ​ບູນ ແລະ​ມີ​ຄຸນ​ຄ່າ​ດ້ານ​ທິດ​ສະ​ດີ​ສູງ ແລະ​ມີ​ຈິດ​ໃຈ​ຄື​ກັນ​ກັບ​ຄຳ​ປາ​ໄສ​ສຳ​ຄັນ​ຕ່າງໆ​ຂອງ​ເລ​ຂ​າ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ. ຂະ​ນະ​ດຽວ​ກັນ, ບົດ​ປະ​ພັນ​ດັ່ງ​ກ່າວ​​ມ​ຍັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ເຮັດ​ວຽກ​​ໃນ​ທ່າມ​ກາງ​ຄວາມ​ລຳ​ບາກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ເມືອງ​ນິ້ງ​ເຕີ໋​ໃນ​ໄລ​ຍະ​ 2 ປີ ແລະ​ສ່ອງ​ແສງ​ໃຫ້​ເຫັນ​​ການ​ໄດ້​ຍຶດ​ໝັ້ນ​ອຸ​ດົມ​ການ​ແລະ​ຄວາມ​ຕັ້ງ​ໃຈ​ເພື່ອ​ປະ​ຊາ​ຊົນ​ຂອງ​ທ່ານ​ໃນ​ໄລ​ຍະ​ທ່ານ​ນຳ​ພາ​ປະ​ຊາ​ຊົນ​ເຂດ​ທຸກ​ຍາກຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ຂ່າວ​ແຈ້ງວ່າ, ຫຼັງ​ຈາກ​ບົດ​ປະ​ພັນ​ດັ່ງ​ກ່າວ​ໄດ້​ແປ​ເປັນ​ພາ​ສາ​ອັງ​ກິດ​ແລະ​ຝ​ຣັ່ງ ທັງ​ໄດ້​ພິມ​ຈຳ​ໜ່າຍ​ແລ້ວ ​ກໍ​ໄດ້​ເຜີຍ​ແຜ່​ຢູ່​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກແລະ​ການ​ແລກ​ປ່ຽນ​ຫົວ​ກະ​ທິ​ປັນ​ຍາ​ສຳ​ຄັນ​ຕ່າງໆ ອັນ​ເຮັດໃຫ້​ປະ​ມຸກ​ລັດ, ນັກ​ວິ​ຊາ​ການ ແລະ​ສື່ມວນ​ຊົນ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ສົນ​ໃຈ​ແລະ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ປະ​ພັນ​ດັ່ງ​ກ່າວ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ