ກຳ​ປູ​ເຈຍ​ແລະ​ບໍ​ລິ​ສັດພະ​ລັງ​ງານ​ຄຼິ​ສ​ເຊັນ​ສັນ​ຍາ​ຂຸດ​ຄົ້ນ​ນ້ຳ​ມັນ​ເຊື້ອ​ໄຟ
2017-08-24 16:42:03  cri 
    ລັດ​ຖະ​ບານ​ກຳ​ປູ​ເຈຍ​ແລະ​ບໍ​ລິ​ສັດ​ພະ​ລັງ​ງານ​ຄຼິ​ສ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ສິງ​ກະ​ໂປ ໄດ້​ເຊັນ​ສັນ​ຍາ​ຂຸ​ດ​ຄົ້ນ​ບໍ່​ນ້ຳ​ມັນ​ເຊື້ອ​ໄຟ​ເຂດ A ໃນເຂດ​ທະ​ເລ​ກຳ​ປູ​ເຈຍ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 23 ສິງ​ຫານີ້ ເຊິ່ງ​​ການ​ລົງ​ນາມ​ດັ່ງ​ກ່າວເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຳ​ປູ​ເຈຍ​ໄດ້​​ກ້າວ​ສູ່ການ​ຂຸດ​ຄົ້ນ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ເທື່ອທຳ​ອິດ.

    ສັນ​ຍາດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ, ບໍ​ລິ​ສັດ​ພະ​ລັງ​ງານ​ຄຼິ​ສ ຈະກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ຂຸດ​ຄົ້ນ​ນ້ຳ​ມັນ​ເຊື້ອ​ໄຟ​​ໃຫ້​ສຳ​ເລັດພາຍ​ໃນ 24 ເດືອນຫຼັງ​ເຊັນ​ສັນ​ຍາ.

    ຂ່າວ​ແຈ້ງ​ວ່າ, ກຳ​ປູ​ເຈຍ​ໄດ້​ຂີດ​ແບ່ງ​ບໍ່​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ຕົນ​ເປັນ 6 ເຂດ​ຄື: A, B, C, D, E ແລະ F, ໃນ​ນັ້ນ ເຂດ A ມີ​ປະ​ລິ​ມານ​ສະ​ສົມ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດຫຼາຍ​ທີ່​ສຸດ ​ແລະ​ເລິກ​ແຕ່ 50-80 ແມັດ. ສ່ວນ​ບໍ່​ນ້ຳ​ມັນ​ເຂດ A ແບ່ງ​ເປັນ​ສອງ​ໄລ​ຍະ​ພັດ​ທະ​ນາ​ຄື 1A ແລະ 1B ​ໂດຍ​ຄາດ​ວ່າ​​ຈະສາ​ມາດຜະ​ລິດ​ນ້ຳ​ມັນໄດ້ 30 ລ້ານ​ບາ​ເຣ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ