ກອງ​ປະ​ຊຸມ​ໃຫຍ່​ນ້ຳ​ມັນ​ເຂົ້າ​ສາ​ກົນ​ຈັດ​ຂຶ້ນ​ຢູ່​ບາງກອກ
2017-08-25 15:57:31  cri 

ວັນ​ທີ 24 ສິງ​ຫາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ນ້ຳ​ມັນ​ເຂົ້າ​ສາ​​ກົນ​ຄັ້ງ​ທີ 4 ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຫຼວງບາງກອກ ​ປະ​ເທດໄທ, ​ໂດຍຜູ່​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ 150 ກວ່າ​​ທ່ານ​ຈາກ​ 20 ກວ່າ​ປະ​ເທດ​​ເຊັ່ນຈີນ, ໄທ, ຍີ່​ປຸ່ນ, ອາ​ເມ​ລິ​ກາ, ອິນ​ເດ​ຍ​ເປັນ​ຕົ້ນ​ໄດ້​ພິ​ຈາ​ລະ​ນາ​ການ​​ນຳ​ໃຊ້​ນ້ຳ​ມັນ​ເຂົ້າ​ການ​ຜະ​ລິດ​ຢາ, ເຄື່ອງ​ສຳ​ອາງ, ເຄື່ອງ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ອາ​ຫານ.

ຜູ້ຊ່ຽວ​ຊານ​ເຫັນ​ວ່າ, ອາ​ຊີ​ແມ່ນ​ເຂດ​ທີ່​ຜະ​ລິດ​ເຂົ້າສຳ​ຄັນ​ໃນ​ໂລກ, ​ແລະ​ຝັນ​ເຂດ​ທີ່ພັດ​ທະ​ນາ​ຜະ​ລິດ​ຕະ​​ພັນ​ເຂົ້າ​ທີ່ມີ​ມູນ​ຄ່າ​​ສຳ​ຄັນ​ທາງເສດ​ຖະ​ກິດ​ແລະ​ສັງ​ຄົມ​ ​ຢູ່​ອາ​ຊີ. ໃນ​ຖາ​ນະ​ອາ​ຊີເປັນ​ເຂດ​ທີ່​ບໍ​ລິ​ໂພກ​ນ້ຳ​ມັນ​ຕົ້ນ​ຕໍ​ໃນ​ໂລກ, ​ແລະ​ເນື່ອງ​ຈາກຂາດ​ເຂີນ​ເນື້ອ​ທີ່​ການ​ຜະ​ລິດ, ​ຈຶ່ງ​ພົບ​ບັນ​ຫາ​​ການ​ຂາດ​​ເຂີນນ້ຳ​ມັນ​​ບໍ​ລິ​ໂພກ​ໂດຍ​ລວມ​. ​ຈາກ​ບັນ​ຫາ​​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ອາ​ຫານ​ແລະ​ກະ​ສິ​ກຳ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ​ເຂົ້າ​ມີ​​ປະ​ລິ​ມານ​ນ້ຳ​ມັນ​ສູງ, ​ເຊິ່ງ​ຖ້າພັດ​ທະ​ນາ​ນ້ຳ​ມັນ​ຈາກ​ເຂົ້າ​ກໍ​ສາ​ມາດຫຼຸດ​ການນຳ​ເຂົ້າ​ວັດ​ຖຸ​ດິບ​​ໃນ​ການ​ຜະ​ລິດນ້ຳ​ມັນ​​ທັງ​ບໍ່​ສິ້ນ​ເປືອງ​ເນື້ອ​ທີ່​ການ​ຜະ​ລິດ​ແລະເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນແລະ​ອາ​ຫານ​ໝັ້ນ​ທ່ຽງ, ​ທັງ​ເປັນ​ຜົນ​ດີ​ຕໍ່​​ການຍົກ​ສູງ​ຖາ​ນະ​ຂອງ​ອາ​ຊີ​ໃນ​ຂົງ​ເຂດ​ອາ​ຫານ​ສາ​ກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ