ຮອງ​ນາ​ຍົກ​ຈີນ​ເຂົ້າ​ຢ້ຽມ​ຄຳ​ນັບສົມ​ເດັດ​ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ​ແລະ​ພະ​ລາ​ຊະ​ຊົນ​ນີ ໂມ​ນີ​ນຽດ
2017-08-25 17:04:16  cri 

ວັ​ນ​ທີ 23 ສິງ​ຫາ​ນີ້, ທ່ານ​ນາງ​ລິວ​ຢຽນ​ຕຸ່ງ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບສົມ​ເດັດ​ໂນ​ໂຣ​ດົ​ມ ​ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ​ແລະ​ພະ​ລາ​ຊະ​ຊົນ​ນີ ໂນ​ໂຣ​ດົມ ໂມ​ນີ​ນຽດ​ໃນ​ໂອ​ກາດ​ເດີນ​ທາງມາ​ກວດພະ​ຍາດ​​​ຢ່າງປະ​ຈຳຢູ່​ຈີນ.

​ທ່ານ​​ນາງລິວ​ຢ​ງຽນ​​ຕຸ່ງ​ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ກາ​ນ​ພົວ​ພັນ​ກັບ​ກຳ​ປູ​ເຈຍ​​ແລະ​ໄດ້ຕີລາ​ຄາ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​​ທີ່ສຳ​ຄັນ​ຂອງ​ວົງ​ສາ​ນຸ​ວົງກຳ​ປູ​ເຈຍ​​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້​ແລະ​ໃນ​ໂອ​ກາດ​ທີ່ຈີນ​​ແລະ​ກຳ​ປູ​ເຈຍ​ສ້າງ​ສາຍ​ພົວ​ພັນ​ກາ​ນ​ທູດ​ຄົ​ບ​ຮອບ 60 ປີ​​ໃນ​ປີ​ໜ້າ​ຈະຮ່ວມ​ກັບກຳ​ປູ​ເຈຍ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກ້າວຂຶ້ນ​ສູ່​ລະ​ດັບ​ໃໝ່​ເພື່ອສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

ສົມ​ເດັດສີ​ຫາ​ໂມ​ນີ​ກັບ​​ພະລາ​ຊະ​ຊົນ​ນີ ໂມ​ນີ​ນຽດ​ກ່າວ ​ຂອບ​ໃຈ​ຈີນ​ທີ່​ໄດ້ຊ່ອຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ໃຫ້ການ​ພັດ​ທະ​ນາກຳ​ປູ​ເຈຍ, ລະຫວັງ​​ຈະຮ່ວມ​ມື​ກັບຈີນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ