ຕາມຂ່າວສານຊິນຮວາ: ວັນທີ 24 ສິງຫານີ້, ອຸປະກອນການປິ່ນປົວພະຍາດໄຂ້ຫວັດ H1N1 ສາຍ A ທີ່ຈີນຊ່ອຍເຫຼືອສຸກເສີນໄດ້ນຳສົ່ງເຖິງຢາງກຸງ ແລະມອບໃຫ້ແກ່ມຽນມາແລ້ວ.
ໃນພິທີມອບຮັບທີ່ຈັດຂຶ້ນຢູ່ສະໜາມບິນສາກົນຢາງກຸງ, ທ່ານຫົງລ້ຽງ ເອກອັກຄະລັດຖະທູດຈີນປະຈຳມຽນມາກ່າວວ່າ, ລັດຖະບານແລະປະຊາຊົນຈີນໄດ້ເອົາໃຈໃສ່ຕິດຕາມສະພາບການລະບາດພະຍາດຢູ່ມຽນມາແລະຈາກການປະສານງານຂອງຂະແໜງການສອງປະເທດ, ສະຖານທູດຈີນປະຈຳມຽນມາແລະກຸ່ມຢາບໍລິສັດການຈີນ, ໄດ້ນຳສົ່ງອຸປະກອນການປິ່ນປົວປະກອບມີຜ້າອັດປາກ, ຢາແລະວັກແຊງທີ່ມີນ້ຳໜັກ 28 ກວ່າໂຕນແລະມີມູນຄ່າ 25 ລ້ານຢວນໄປເຖິງ, ເຊື່ອວ່າຈະສາມາດຊ່ອຍມຽນມາສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດ H1N1 ສາຍ A ໄດ້.
ເດືອນກໍລະກົດຜ່າມມາ, ມຽນມາໄດ້ເກີດການລະບາດພະຍາດໄຂ້ຫວັດ H1N1 ສາຍ Aແລະມາເຖິງ ວັນທີ 23 ສິງຫານີ້, ມີ 33 ຄົນເສຍຊີວິດຍ້ອນພະຍາດດັ່ງກ່າວແລ້ວ.