ຟີ​ລິບ​ປິນ​ຢືນ​ຢັນ​​ໄຂ້​ຫວັດ​ສັດ​ປີກ​​ເກີດ​ຈາກ​ເຊື້ອ​ພະ​ຍາດ H5N6
2017-08-25 10:47:27  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ກະ​ສິ​ກຳ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 24 ສິງ​ຫາ​ນີ້​ວ່າ, ອີງ​ຕາມ​ຜົນ​ການກວດ​ກາ​ຂອງ​ອົງ​ການກວດ​ກາ​ອົ​ສ​ຕ​ຣາ​ລີ, ​ໄຂ້​ຫວັດ​ສັດ​ປີກ​ທີ່​ເກີດ​ຂຶ້ນ​ຢູ່ແຂວງ​ປຳ​ປັນ​ກາ ​ພາກ​ເໜືອ​ຟີ​ລິບ​ປິນ​​ເກີດ​ຈາກ​ເຊື້ອ​ພະ​ຍາດ H5N6 ແລະ​ຄົນ​ກໍ​ອາດ​ຈະ​ຕິດ​ເຊື້ອ​ພະ​ຍາດ​ນີ້ ແຕ່​ມີ​ຄວາມ​ສ່ຽງ​ຕ່ຳ.

ວັນ​ທີ 11 ສິງ​ຫາ​ນີ້, ແຂວງ​ປຳ​ປັນ​ກາ​ຢູ່​ເກາະ​ລູ​ຊອນ​​ໄດ້ເກີດ​ການ​ລະ​ບາດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ ສົ່ງ​ຜົນ​ເຮັດ​ໃຫ້​​ໄກ່​ຕາຍ 3 ໝື່ນ 8 ພັນ​ໂຕ ແລະ​ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ກໍໄດ້​ຂ້າ​ສັດ​ປີກ​​ເກືອບ 4 ແສນ​ໂຕ. ​ຈາກ​ນັ້ນ 1 ອາ​ທິດ, ແຂວງ​ນິວ​ວາ​ອີ​ຊີ​ຈາ ທີ່​ໃກ້​​ແຂວງ​ປຳ​ປັນ​ກາ​ກໍ​ເກີດ​​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.

ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ, ທຸກຜະ​ລິດ​ຕະ​ພັນ​ສັດ​ປີກ​ຂອງ​ເກາະ​ລູ​ຊອນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ສົ່ງ​ໄປ​ເຂດ​ວິ​ຊາ​ຢາ​ສ໌, ເກາະ​ມິນ​ດາ​ນາວ ແລະ​ເຂດ​ອື່ນໆ​ໃນຟີ​ລິບ​ປິນ. ​ຂະ​ນະ​ທີ່​ໃນປັດ​ຈຸ​ບັນ, ຍີ່​ປຸ່ນ, ສ.ເກົາຫຼີ ແລະ​ສິງ​ກະ​ໂປ​ໄດ້​ຍົກ​ເລີກ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ສັດ​ປີກ​​ຈາກ​ຟີ​ລິບ​ປິນ​ເປັນ​​ການ​ຊົ່ວ​ຄາວແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ