"ວັນ​ປ້ອງ​ກັນ​ການ​ພິ​ການ" ຫຼຸດ​ "​ການ​ສູນ​ເສຍ​ດ້ານ​ຊີ​ວິດ"
2017-08-25 14:33:50  cri 
ວັນ​ທີ 25 ສິງ​ຫາ​ນີ້ ເປັນ​ "ວັນ​ປ້ອງ​ກັນການ​ພິ​ການ" ວັນ​ທຳ​ອິດ​ຂອງ​ຈີນ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ, ປີ​ນີ້ ສະ​ຫະ​ພັນ​ຄົນ​ພິ​ການ​ຈີນ​ໄດ້​ຮ່ວມ​ກັບຫຼາຍ​ພາກ​ສ່ວນ​ໄດ້​ເນັ້ນ "ຊຸກ​ຍູ້​ການ​ປ້ອງ​ກັນການ​ພິ​ການ ເພື່ອ​ສ້າງ​ຈີນ​​ມີ​ພະ​ລະ​ນາ​ໄມ​ສົມ​ບູນ" ເພື່ອ​ປູກ​ຈິດ​ສຳ​ນຶກ​ໃຫ້​​ທົ່ວ​ສັງ​ຄົມ​​ຕ້ອງ​​ໄດ້​ເພີ່ມ​ສະ​ຕິ​​ໃນ​ການປ້ອງ​ກັນ​ການ​ພິ​ການ, ເລັ່ງ​ພັດ​ທະ​ນາ​ພາ​ລະ​ກິດ​ດັ່ງ​ກ່າວ ແລະຫຼຸດ "ການ​ສູນ​ເສຍດ້ານ​ຊີ​ວິດ".

ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​ການ​ພິ​ການ​ຢ່າງ​ພົ້ນ​ເດັ່ນ, ແຕ່​ກໍ​ຍັງ​ປະ​ເຊີນ​ສິ່ງ​ທ້າ​ທາຍຫຼາຍ​ປະ​ການ ເຊັ່ນ: ບໍ່​ໄດ້ກວດ​ກາ​ແມ່​ຍິງ​ກ່ອນ​ຖື​ພາ ແລະ​ເກີດ​ລູກ​ຢ່າງ​ເຕັມ​ສ່ວນ, ພະ​ຍາດ​ຈິດ​ໃຈ​ເກີດ​ຂຶ້ນຫຼາຍ, ຫຼາຍ​ປັດ​ໄຈ​ພາ​ໃຫ້​ເປັນ​ພິ​ການ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ເປັນ​ພິ​ການ​ເພີ່ມ​ຂຶ້ນ​ເກືອບ 2 ລ້ານ​ຄົນ​ຕໍ່​ປີ.

ປັດ​ຈຸ​ບັນ, ​ເປົ້າ​ໝາຍທາງ​ການ​ແພດ​​ເພື່ອພະ​ລະ​ນາ​ໄມ​ສົມ​ບູນ​​ຢູ່ຈີນ​ໄດ້​ເກີດ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ເຊັ່ນ ​ຈາກ​ການຖື​ເອົາ​ການ​ປິ່ນ​ປົວ​​ເປັນ​ໃຈ​ກາງ​ມາ​ເນັ້ນ​ໃສ່​ການ​ຖື​ເອົາການ​ຟື້ນ​ຟູ​ສຸ​ຂະ​ພາບ​ເປັນ​ໃຈ​ກາງ​ແລະ​ອື່ນໆ. ຜູ້​ຊ່ຽວ​ຊານ​​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ມີ​ຊື່​ສຽງ​ເຫັນ​ວ່າ, ການ​ນຳ​ໃຊ້​ເຕັກ​ນິກ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ດີ ຈະ​ສາ​ມາດ​ຄວບ​ຄຸມ ຫຼື​ແກ່​ຍາວ​ເວ​ລາ​ທີ່​ຈະ​ເປັນ​ພິ​ການຢ່າງ​ໜ້ອຍ 50%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ