ກຳ​ປູ​ເຈຍເລັ່ງ​ຊຸກ​ຍູ້​ການ​ສົ່ງ​ອອກ​ເຂົ້າ​ສານ
2017-08-25 16:39:34  cri 
    ກຳ​ປູ​ເຈ​ຍ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ເຂົ້າ​ສານ​ເປັນ​ອັນ​ດັບ​ທີ 5 ໃນ​ໂລກ ແລະ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ເຂົ້າ​ຫອມ​ມະ​ລິ​ເປັນອັນ​ດັບ​​ສອງ.

    ກະ​ຊວງ​ກະ​ສິ​ກຳ​ກຳ​ປູ​ເຈຍລາຍ​ງານ​​ວ່າ, ສາ​ມາ​ເ​ສົ່ງ​ອອກ​ເຂົ້າ​ສານ​ໃນ​ປີ 2016 ຜ່ານ​ມາເຖິງ 5 ແສນ 4 ໝື່ນ​ໂຕນ, ແຕ່​ບໍ່ບັນ​ລຸ​ຕາມເປົ້າ​ໝາຍ​​ສົ່ງ​ອອກ 1 ລ້ານ​ໂຕນ. ເຈົ້າ​ໜ້າ​ທີ່​ສະ​ຫະ​ພັນ​ເຂົ້າ​ສານ​ກຳ​ປູ​ເຈຍ​ກ່າວ​ວ່າ, ບັນ​ຫາ​ແນວ​ພັນ ພ້ອມ​ດ້ວຍ​ບໍ່​ສາ​ມາດ​ຂະຫຍາຍ​ເນື້ອ​ທີ່​ການ​ຜະ​ລິດ​ໃຫ້​ກວ້າງ​ອອກ​​ແລະ​ອື່ນໆ ໄດ້​ສາງຄວາມ​ຫຍຸ້ງ​ຍາກ​ແລະເຮັດ​ໃຫ້​ການ​ສົ່ງ​ອອກ​ເຂົ້າ​ສານ​ບໍ່​ບັນ​ລຸ​ຕາມ​ເປົ້າ​ໝາຍ.

    ແນວ​ໃດ​ກໍ​ດີ, ເຖິງວ່າ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ປະ​ການ​ກໍ​ຕາມ, ແຕ່​ກຳ​ປູ​ເຈຍ ກໍ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​​ໄປ 27 ປະ​ເທດແລ້ວ ໂດຍໃນ​ຈຳ​ນວນ 5 ແສນ 4 ໝື່ນ​ໂຕນ​ທີ່​ສົ່ງ​ອອກ​ໃນ​ປີ 2016 ຜ່ານ​ມາ, ສົ່ງ​​ມາ​ຈີນ 1 ແສນ 2 ໝື່ນ 7000 ໂຕນ ເປັນ​ອັບ​ດັບ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ. ບົດ​ລາຍ​ງານ​ຂອງ​ກະ​ຊວງ​ກະ​ສິ​ກຳ​ກຳ​ປູ​ເຈຍ​ລະ​ບຸ​ອີກວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຮອດ​ເດືອນ​ກໍ​ລະ​ກົດ​ປີນີ້, ກຳ​ປູ​ເຈຍສາ​ມາດ​ສົ່ງ​ອອກ​ເຂົ້າ​ສານ​ໄດ້ 315.916 ໂຕນ ເພີ່ມ​ຂຶ້ນ 8,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ​ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ເຂົ້າ​ສານ​ຂອງ​ກຳ​ປູ​ເຈຍຫຼາຍ​ທີ່​ສຸດ. ນອກນີ້, ໃນ​ຕົ້ນ​ເດືອນ​ສິງ​ຫານີ້, ກຳ​ປູ​ເຈຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບັງ​ກາ​ລາ​ເດັດ ໂດຍ​ຈະ​ສົ່ງ​ອອກ​ເຂົ້າ​ສານ 1 ລ້ານ​ໂຕນ​ໃຫ້ປະ​ເທດ​ດັ່ງ​ກ່າວສໃນ 5 ປີ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ