ເສດ​ຖະ​ກິດ​ອາ​ຊີ​ຍັງ​ມີ​ພະ​ລັງ​ຊີ​ວິດຢ່າງເຕັມ​ປ່ຽມ
2017-08-25 16:45:20  cri 
    ປີນີ້​ແມ່ນ​ປີຄົ​ບ​ຮອບ 20 ປີໃນ​ການ​ເກີດວິ​ກິດ​ການ​ການ​ເງິນ​ອາ​ຊີ​​ ໂດຍຫຼາຍ​ອົງ​ການ​ວິ​ເຄາະ​ວ່າ, ປັດ​ຈຸ​ບັນ, ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ອາ​ຊີ​ແມ່ນ​ອາ​​ໄສ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ທີ່​ແຂງ​ແຮງ, ຂະ​ນະ​ທີ່​ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ພາຍນອກ ກໍ​ຕ້​ອງ​ໄດ້ຍົກ​ສູງ​ຂຶ້ນ. ​ຈາກນີ້, ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ກ່າວ​ວ່າ ເສດ​ຖະ​ກິດ​ອາ​ຊີ​ຈະ​ມີ​ອະ​ນາ​ຄົດ​ສົດ​ໃສ​.

    ຫວ່າງມໍ່ໆ​ນີ້, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ໄດ້​ເປີ​ດ​ເຜີຍ​ບົດ​ລາຍ​ງານ ໂດຍ​ຍົກຄາດ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ໃນ​ປີນີ້​ແລະ​ປີ​ໜ້າສູງ​ຂຶ້ນ. ຂະ​ນະ​ດຽວ​ກັນ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຄາ​ດ​ວ່າ, ຈັງ​ຫວະ​ເຕີບ​ໂຕ​​ທາງ​ເສດ​ຖະ​ກິດຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ປີ​ນີ້ຈະ​ບັນ​ລຸ 4,8% ແລະ​ປີ​ໜ້າ 5% ໂດຍ​ປ​ະ​ເທດ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ອ່າວ​ໄວ​ໃນ​ພາກ​ພື້ນນີ້ ປະ​ກອບ​ມີ​ມາ​ເລ​ເຊຍ, ຟິ​ລິບ​ປິນ ແລະ​ສິງ​ກະ​ໂປ.

    ນອກນີ້, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ແລະ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຕ່າງ​ກໍ​ໄດ້​ຍົກ​ຄາດ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ​ປີນີ້​ໃຫ້​ສູງ​ຂຶ້ນເຖິງ 6,7% ແລະ​ປີ​ໜ້າ​ 6,4%. ຂະ​ນະ​ດຽວ​ກັນ, ໃນບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ​ກໍ​ໄດ້ລະ​ບຸ​ວ່າ, ການ​ປັບ​ຄາດ​ໝາຍການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດຂອງ​ຈີນ​ໃນ​ປີນີ້​ໃຫ້​ສູງ​ຂຶ້ນນັ້ນ ເນື່ອງ​ຈາກ​ການ​ສົ່ງ​ອອກ​ສຸດ​ທິ​ແລະ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​​ດີ​ຂຶ້ນ.

    ສ່ວນ​ບົດ​ລາຍ​ງານ​ເລື່ອງ "ຈ້ອງມອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ໃນ​ອະ​ນາ​ຄົດ" ຂອງ​ອົງ​ການ IMF ຊີ້​ໃຫ້​ເຫັນ​ວ່າ, ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ ຍັງ​ຄົງ​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ແຕ່​ກໍ​ມີ​ຄວາມ​ບໍ່​ແນ່ນອນ​ໃນ​ອະ​ນາ​ຄົດ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ