ຈີນ​ກາຍ​ເປັນ​ຕະ​ຫຼາດ​ນຳ​ໃຊ້​ມະ​ນຸດ​ກົນຈັກ​ອຸດ​ສາ​ຫະ​ກຳ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ 5 ປີ​ຕິດ​ຕໍ່​ກັນ
2017-08-27 16:36:43  cri 


(ຈີນ​ກາຍ​ເປັນ​ຕະ​ຫຼາດ​ນຳ​ໃຊ້​ມະ​ນຸດ​ກົນຈັກ​ອຸດ​ສາ​ຫະ​ກຳ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ 5 ປີ​ຕິດ​ຕໍ່​ກັນ)


ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ມະ​ນຸດ​ກົນ​ຈັກ​ຂອງ​ຈີນ​ທີ່​ປະ​ກາດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ສິງ​ຫານີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຕະ​ຫຼາດ​ການ​ນຳ​ໃຊ້​ມະ​ນຸດ​ກົນ​ຈັກ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ເຕີບ​ໂຕ​ຢ່າງວ່ອງ​ໄວ ເຊິ່ງ​ກາຍ​ເປັນ​ຕະ​ຫຼາດ​ໃຫຍ່​ອັນ​ດັບ​ທີ 1 ໃນ​ໂລກ 5 ປີ​ຕິດຕໍ່​ແລ້ວ.

ທ່ານ ຫຼີຖິງ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ຂອງ​ສະ​ຖາ​ບັນ​ເອ​ເລັກ​ໂຕຼນິກ​ຈີນ​ໃຫ້​ຮູ້​ວ່າ, ຈີນ​ແມ່ນ​ຕະ​ຫຼາດ​ໃຫຍ່​ອັນ​ດັບ​ໜຶ່ງ​ໃນ​ໂລກ​ໃນ​ດ້ານ​ການ​ນຳ​ໃຊ້​ມະ​ນຸດ​ກົນ​​ຈັກທາງ​ອຸດ​ສາ​ຫະ​ກຳ ເຊິ່ງກວມ​ໂກ​ຕາ​ປະ​ມານ 1/3 ຂອງ​ຕະ​ຫຼາດ​ທົ່ວ​ໂລກ. ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ການ​ຜະ​ລິດ​​ທີ່ໄດ້​ຮັບ​ການ​ປັບ​ປຸງ​​ເຕັກ​ນິກ​ສູງ​ແລ້ວ, ຕະ​ຫຼາດ​ນຳ​ໃຊ້​ມະ​ນຸດ​ກົນ​ຈັກທາງ​ອຸດ​ສາ​ຫະ​ກຳ​ຈະ​ສືບ​ຕໍ່​ພັດ​ທະ​ນາ​​ ແລະ ຄາດ​ວ່າ ຈຳ​ນວນ​ມະ​ນຸດ​ກົນຈັກ​ທາງ​ອຸດ​ສາ​ຫະ​ກຳ​ທີ່​ຈຳ​ໜ່າຍ​ຢູ່​ຈີນ​ໃນ​ປີ 2017 ຈະ​ຫຼາຍກວ່າ 1 ແສນ 1 ໝື່ນ​ເຄື່ອງ ເຊິ່ງ​ມີຍອດ​ມູນ​ຄ່າ​ບັນ​ລຸ​ເຖິງ 4 ຕື້ 220 ລ້ານ​ໂດ​ລາ​ສະ​ຫະ​ຣັດ. ຮອດ​ປີ 2020, ​ການ​ຂະ​ຫຍາຍ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ອາດ​ຈະ​​ບັນ​ລຸ​ເຖິງ5 ຕື້ 890 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ຄຽງ​ຄູ່​ກັບ​ປະ​ຊາ​ກອນ​ຫັນ​ເປັນ​ຜູ້​ເຖົ້າ​ໄວ​ຂຶ້ນ, ຄວາມ​ຕ້ອງ​ການ​ດ້ານ​ປິ່ນ​ປົວ​ພະ​ຍາດ, ການ​ສຶກ​ສາ ແລະ​ດ້ານ​ອື່ນໆ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ມະ​ນຸດ​ກົນ​ຈັກ​ດ້ານ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ຕະ​ຫຼາດ​ໃຫຍ່​ຫຼວງ​ແລະ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແ​ຮງ ສະ​ນັ້ນ​ ຈິ່ງຄາດ​ວ່າ ຕະ​ຫຼາດ​ມະ​ນຸດ​ກົນຈັກ​ດ້ານ​ການ​ບໍ​ລິ​ການ​ຂອງ​ຈີນ​ໃນ​ປີ 2017 ຈະ​ບັນ​ລຸ​ມູນ​ຄ່າ 1 ຕື້ 320 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 28%​ແລະສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ສະ​ເລ່ຍ​ຂອງ​ຕະ​ຫຼາດ​ມະ​ນຸດ​ກົນ​ຈັກ​ດ້ານ​ການບໍ​ລິ​ການ​ຂອງ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ