ຊ່ຽວຊານແພດພື້ນເມືອງຈີນປິ່ນປົວພະຍາດໃຫ້ປະຊາຊົນຢູ່ນະຄອນຫຼວງມານີລາໂດຍບໍ່ເກັບຄ່າ
2017-08-27 16:42:49  cri 

ໂດຍຕອບສະໜອງຕາມຄຳເຊີນຂອງສະຫະພັນວົງການຕ່າງໆຂອງຊາວຈີນທີ່ຢູ່ຟິລິບປິນ, ບັນດາຊ່ຽວຊານຂອງຄະນະຢ້ຽມຢາມແພດພື້ນເມືອງຈີນທີ່ມີຊື່ສຽງທີ່ຈັດຕັ້ງໂດຍເວທີປຶກສາຫາລືສາກົນກ່ຽວກັບການຜົນສະທ້ອນຂອງແພດພື້ນເມືອງຈີນ ໄດ້ເລິ່ມດຳເນີນການປິ່ນປົວພະຍາດໂດຍບໍ່ເກັບຄ່າເປັນເວລາ 3 ມື້ຢູ່ສະຫະພັນວົງການຕ່າງໆຊາວຈີນທີ່ຢູ່ຟິລິບປິນ ເຊິ່ງຕັ້ງຢູ່ຊຸມຊົນຊາວຈີນນະຄອນຫຼວງມານີລາປະເທດຟິລິບປິນ. ໃນມື້ທຳອິດມີປະຊາຊົນທ້ອງຖິ່ນ 500 ກວ່າຄົນໄດ້ຮັບການປິ່ນປົວ.

ຂ່າວແຈ້ງວ່າ, ຟິລິບປິນແມ່ນແຫ່ງທຳອິດຂອງຄະນະຢ້້ຽມຢາມດັ່ງກ່າວ, ໂດຍຜ່ານກິດຈະກຳຕ່າງໆ ເຊັ່ນ, ການປິ່ນປົວພະຍາດໂດຍບໍ່ເກັບຄ່າງານສົນທະນາ ແລະ ໃຫ້ຄຳປຶກສາເປັນຕົ້ນບັນດາຊ່ຽວຊານພື້ນເມືອງຈີນ, ຈະສາມາດແກ້​ໄຂ​ບັນ​ຫາຕ່າງໆ​ໃຫ້​ແກ່​ຜູ້​ເປັນ​ພະ​ຍາດໄດ້. ນອກ​ນີ້, ​ຊ່ຽວ​ຊານ​ຍັງ​ໄດ້​ເຜີຍ​ແຜ່​ຄວາມ​ຮູ້​ພື້ນຖານກ່ຽວກັບການຮັກສາສຸ​ຂະ​ພາບ​, ເຜີຍ​ແຜ່​ທິດ​ສະ​ດີ​ວິ​ທະ​ຍາ​ສາດ​ ແລະ ວິ​ທີ​ບຳ​ລຸງ​ຮ່າງ​ກາຍດ້ວຍ​ຢາ​ພື້ນ​ເມືອງ​ຈີນ​ໃຫ້​ແກ່​ຊາວ​ຈີນ​ຕ່າງ​ດ້າວ, ເຮັດ​ໃຫ້​ເຂົາເຈົ້າເຂົ້າໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາທາງການແພດ​ສາດ ແລະ ​ຢາ​ພື້ນ​ເມືອງ​ຈີນຫຼາຍຂຶ້ນ ແລະ ​ຍົກ​ສູງຄວາມ​ສາ​ມາດໃນການຮັກສາສຸຂະພາບແລະບຳ​ລຸງ​ຮ່າງ​ກາຍ​ດ້ວຍຕົນເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ