ອິນ​ເດຍ​ເຂັ້ມ​ງວດ​​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ຈະ​ລາ​ຈົນ​ອີກ
2017-08-28 10:54:24  cri 
ສານ​ພິ​ເສດ​ອົງ​ການ​ສືບ​ສວນ​ສູນ​ກາງ​ອິນ​ເດຍ​ຈະ​ຕັດ​ສິນ​ລົງ​ໂທດ​ທ້າວ ກູ​ເອີ​ມິດ ຣຳ ຣາ​ຮິມ ຊີງ ຫົວ​ໜ້າ​ກຸ່ມ​ສາ​ສະ​ໜາ​ໃນ​ວັນ​ທີ 28 ສິງ​ຫາ​ນີ້, ຂະ​ນະ​ທີ່​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ຈະ​ລາ​ຈົນ​ອີກ​ຄັ້ງ​ໃໝ່, ​ກຳ​ລັງທະ​ຫານ​ຕຳ​ຫຼວດ​ຈຳ​ນວນຫຼາຍ​ໄດ້​​ເດີນ​ທາງ​ໄປປະ​ຈຳ​ການ​ຢູ່​ເຂດ​ສຳ​ຄັນ​ຕ່າງໆ​ເຊັ່ນ​ປານ​ເຈ​ຄູ​ລາ,ຊີ​ຊາ ​ເຊິ່ງ​ເປັນເຂດ​ເກີດ​ເຫດ​ຈະ​ລາ​ຈົນ​ຮຸນ​ແຮງ​ພ້ອມ​ດ້ວຍ​ໂຣ​ຕັກ​ທີ່​ມີ​ຄຸກ​ຊົ່​ວ​ຄາວ​ຕັ້ງ​ຢູ່​ຫັ້ນ​ແລະ​ເຂດ​ອື່ນໆ ທັງ​ໄດ້​ເພີ່ມ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຕື່ມ​ອີກ.

ສານ​ພິ​ເສດ​ອົງ​ການ​ສືບ​ສວນ​ສູນ​ກາງ​ອິນ​ເດຍ​ໄດ້​ປະ​ກາດ​ຄຳ​ຕັດ​ສິນ​ໃນ​ວັນ​ທີ 25 ສິງ​ຫາ​ນີ້​ດ້ວຍ​ການ​ຕັດ​ອິດ​ສະຫຼະ​ພາບ​ທ້າວ​ຊີງ 7 ປີ​​ໃນຂໍ້​ຫາ​ຂົ່ມ​ຂືນ​ແມ່ຍິງ​ສອງ​ຄົນ​ທີ່​ນັບ​ຖື​ສາ​ສະ​ໜາ ເຊິ່ງ​ເປັນ​ເຫດ​ສົ່ງ​ຜົນ​ໃຫ້​​ຜູ້​ນັບ​ຖື​ສາ​ສະ​ໜາ​ເປັນ​ຈຳ​ນວນຫຼາຍ​ຂອງ​ທ້າວ​ຊີງ​ເກີດ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ຄຳ​ຕິດ​ສິນ​ດັ່ງ​ກ່າວ​ຈິ່ງ​ຈູດລົດ,ສະ​ຖາ​ນີ​ລົດ​ໄຟ,ສິ່ງ​ກໍ່​ສ້າງ​ສ​າ​ທາ​ລະ​ນະ, ທຳ​ລາຍ​ຊັບ​ສິນ​ສາ​ທາ​ລະ​ນະ​ທັງ​ປະ​ທະ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ,ທະ​ຫານ​ທີ່​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢ່າງ​ຮຸນ​ແຮງ. ເຫດ​ການ​ຈະ​ລາ​ຈົນ​ເກີດ​ຂຶ້ນ​ຢູ່​ລັດ​ຮາ​ຣິ​ຢາ​ນາ,ລັດ​ປຸນ​​ຈາບ ຕໍ່​ມາ​ໄດ້ຂະ​ຫຍາຍ​ໄປ​ເຖິງ​ນະ​ຄອນຫຼວງ​ນິວ​ແດນ​ລີ ເປັນ​ເຫດ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 36 ຄົນ, ຫຼາຍ​ຮ້ອຍ​ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ