ສປປ ​ເກົາຫຼີ ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດຫຼາຍລູກ
2017-08-28 11:40:51  cri 

ຕອນ​ເຊົ້າວັນ​ທີ 26 ສິງຫາ​ນີ້, ສປປ ​ເກົາຫຼີ ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດຫຼາຍລູກ, ຂະນະ​ທີ່​ອາ​ເມ​ລິ​ກາ, ຝຣັ່ງ ​ແລະ ຣັດ​ເຊຍ ຕ່າງ​ກໍ​ຕິດຕາມ​ຕໍ່​​ເຫດການນີ້.
​ເຈົ້າໜ້າ​ທີ່​ທະຫານ ສ.​ເກົາຫຼີ ຢືນຢັນ​ໃນ​ວັນ​ທີ 26 ສິງຫາ​ນີ້​ວ່າ: ຕອນ​ເຊົ້າມື້​ດັ່ງກ່າວ, ສປປ ​ເກົາຫຼີ ​ໄດ້​ທົດ​ລອງ​ຍິງອາວຸດຫຼາຍລູກ​ໂດຍ​ບໍ່​ຮູ້​ວ່າ​ແມ່ນ​ປະ​ເພດ​ໃດສູ່​ເຂດທະ​ເລ​ພາກ​ຕາ​ເວັນ​ອອກ​ແຫຼມ​ເກົາຫຼີຈາກ​ແຂວງ​ກັງ​ວອນ​ປະ​ເທດ​ດັ່ງກ່າວ. ຂະນະ​ທີ່​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ຢືນຢັນ​ວ່າ: ຜົນ​ການສຳຫຼວດພົບ​ວ່າ ສປປ ​ເກົາຫຼີ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ 3 ​ເທື່ອ​ຢ່າງ​ຕໍ່​ເນື່ອງ.

ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ​ໃນຕອນ​ບ່າຍ​ວັນ​ດັ່ງກ່າວວ່າ: ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ປະ​ເທດ​ຕົນ​ໄດ້​ຮູ້​ສະພາບ​ການທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຂອງ ສປປ ​ເກົາຫຼີແລ້ວ, ຂະນະ​ທີ່​ທຳນຽບຂາວ​ຈະ​ສືບ​ຕໍ່ຕິດຕາມ​ຕໍ່​ເຫດການ​ດັ່ງກ່າວ.

ກະຊວງ​ການ​ຕ່າງ​ປະ​ເທດຝຣັ່ງ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ດຽວ​ກັນ ​ໂດຍ​ໄດ້ປະນາມ ສປປ ​ເກົາຫຼີທີ່​ຍິງ​ຂີ​ປະ​ນາ​ວຸດ​ສູ່​ເຂດ​ທະ​ເລ​ຍີ່ປຸ່ນ ​ເພາະ​ການ​ກະທຳ​ດັ່ງກ່າວຝ່າຝຶນ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ເປັນ​ການ​ຂົ່ມຂູ່​​ຄວາມ​ໝັ້ນຄົງຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ທ່ານ​ກອນ​ສະ​ຕັນຕິ​ນ ​ໂກ​ຊາ​ເຊັຟ ປະທານ​ກຳມາທິການ​ວຽກ​ງານ​ສາກົນຂອງ​ສະພາສະຫະພັນ ຫຼື ສະພາ​ສູງ ຣັດ​ເຊຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ປະ​ເທດ​ຕົນ​ໃນ​ວັນ​ດຽວ​ກັນ​ວ່າ: ສປປ ​ເກົາຫຼີ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ຫຼັງສະຫະ​ປະຊາ​ຊາດຂວ້ຳ​ບາດ, ​ເປັນ​ການ​ສົ່ງ​ສັນຍານ​ບໍ່​ດີຕໍ່​ພາຍ​ນອກ.

ປັດຈຸບັນ, ກອງທັບ​ອາ​ເມ​ລິ​ກາ ​ແ​ລະ ສ.​ເກົາຫຼີ ພວມດຳ​ເນີນ​ການ​ຊ້ອມ​ຮົບຮ່ວມ "ອຸນຈີ-ຟຣີດອມ​ກາ​ດຽນ" ປະຈຳ​ປີຢູ່ ສ.​ເກົາຫຼີ. ຂະນະ​ທີ່ ສປປ ​ເກົາຫຼີ ​ໄດ້​ຕຳ​ໜິວ່າການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ອາ​ເມ​ລິ​ກາ​ ແລະ ສ.​ເກົາຫຼີ​ໄດ້​ເຮັດ​ໃຫ້​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຍິ່ງຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ