ປະທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳນັບຂອງ​ປະທານ​ສະພາ​ມົນຕີ​​ໂອ​ລິ​ມປິກອາຊີ
2017-08-28 11:43:05  cri 

ວັນ​ທີ 27 ສິງຫາ​ນີ້ ຢູ່​ນະຄອນ​ທຽນ​ສິນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ສົມ​ເດັດ​ເຊ​ອິກ ອາ​ມັດ ອານ-ຟາ​ຮັດ ອານ-ອາ​ເມັດ ອານ-ຊາ​ບາ ປະທານ​ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ ​ໂອກາດ​ເດີນທາງ​​ເຂົ້າຮ່ວມ​ພິທີ​ເປີດ​ມະຫະກຳ​ກິລາ​ແຫ່ງ​ຊາດຈີນຄັ້ງທີ 13 ຢູ່​ນະຄອນ​ທຽນ​ສິນ.

​ໂອກາດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ ທີ່​ໄດ້​ຕັ້ງໜ້າປະກອບສ່ວນ​​ຊຸກຍູ້​ພາລະກິດ​ການ​ກິລາ​ຈີນ ກໍ​ຄື​ການ​ກິລາ​ອາຊີ ​ໃຫ້​​ພັດທະນາ ທັງ​​ເນັ້ນ​ວ່າ: ຈີນ​ຈະ​ສືບ​ຕໍ່ສະໜັບສະໜູນ​ວຽກ​ງານ​ຂອງ​ສະພາ​ມົນຕີ​​ໂອ​ລິ​ມປິກ​ອາຊີ. ຂະນະ​ທີ່​ປະ​ເທດ​ຕ່າງໆ​ໃນ​ອາຊີ​ບໍ່​ພຽງ​ແຕ່​ຈະ​ຕ້ອງ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ​ກໍ​ຄວນ​ມີ​ຄວາມ​ກ້າວໜ້າ​ຮ່ວມ​ກັນໃນ​ດ້ານ​ການກິລາ.

ສົມ​ເດັດ​ເຊ​ອິກ ອາ​ມັດ ກ່າວ​ວ່າ: ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ ​​ແລະ​ຂ້າພະ​ເຈົ້າ​ເອງ ກໍ​ທະນຸ​ຖະໜອມ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ກັບ​ຈີນ, ຊື່ນ​ຊົມ​​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ທີ່​ເບິ່ງ​ກວ້າງ​ເຫັນໄກ​ໃນ​ການ​​ພັດທະນາ​​ກິລາ​ຈີນ ​ແລະ ພາລະກິດ​ໂອ​ລິ​ມປິກ​ສາກົນ ທັງ​ສະ​ແດງ​ຄວາມຂອບ​ໃຈ​​ລັດຖະບານ​ຈີນທີ່​ໄດ້​ສະໜັບສະໜູນ​ວຽກ​ງານ​ຂອງ​ສະພາ​ມົນຕີ​ໂອ​ລິ​ມປິກ​ໃນ​ໄລຍະຜ່ານມາ​ນີ້. ຂະນະ​ທີ່​ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ ກໍ​ຈະ​ສືບ​ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຈີນ ສຸມ​ໃສ່​ພັດທະນາ​ພາລະກິດ​ການ​ກິລາ​ອາຊີ, ສະໜັບສະໜູນ​ຈີນ​ເປັນ​ເຈົ້າພາບ​ຈັດ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022 ​ແລະ ມະຫະກຳ​ກິລາ​​ເອ​ຊຽນ​ເກ​ມຫັງ​ໂຈ່​ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ