ກໍ່ສ້າງ​ທາ​ງລົດ​ໄຟ​ຈີນ-ລາວຮອບດ້ານ
2017-08-28 16:58:46  cri 

​ໃນ​ພິທີ​ສະຫຼຸບ​ແລະຍ້ອງຍໍຜູ້ດີ​ເດັ່ນ​ໃນ​ການ​ແຂ່ງ​ຂັນ "ຄວາມພະຍາຍາມ​ຮ້ອຍ​ວັນ" ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ບໍ່​ເຕັນ-ວຽງ​ຈັນ ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ​ໃນ​ວັນ​ທີ 27 ສິງຫາ​ນີ້, ທ່ານ​ຈ້າວ​ສຽງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ທາງ​ລົດ​ໄຟ​ຈີນ-ລາວ​ຈຳກັດກ່າວ​ວ່າ: ​​ໃນ​ການ​ແຂ່ງຂັນ​ອອກ​ແຮງ​ງານ 100 ວັນ​ຜ່ານ​ມາ, ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ບໍ່​ເຕັນ-ວຽງ​ຈັນ ​ໄດ້​ຄືບ​ໜ້າ​ເປັນ​ຢ່າງ​ດີ ​ເຊິ່ງຖື​ວ່າ​ເປັນ​ການ​ແຂ່ງຂັນທີ່​ມີ​ປະສິດທິ​ຜົນ​​ໃນເບື້ອງ​ຕົ້ນ.

ທ່ານ​ຈ້າວ​ສຽງ ກ່າວ​ວ່າ: ນັບ​ແຕ່​ເປີດ​ບັ້ນ​ແຂ່ງຂັນ​ອອກ​ແຮງ​ງານ​ເປັນຕົ້ນມາ, ໜ່ວຍ​ງານ​ຕ່າງໆ​ທີ່​ເຂົ້າຮ່ວມ​ແຂ່ງຂັນ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ ​​ໂດຍ​ໄດ້ຕັ້ງໜ້າ​ຊຸກຍູ້​ການຈັດຕັ້ງປະຕິບັດ​ຂໍ້ຮັບປະກັນ​ຕ່າງໆ ທີ່ປິ່ນ​ອ້ອມ​ເປົ້າໝາຍ​ການ​ກໍ່ສ້າງໂຄງການ ​​ເປັນຕົ້ນ 4 ​ສະຖານີລົດ​ໄຟ​ເລີ່​ມດຳ​ເນີນ​ວຽກ​ດິນ​ແລະ​ປັບ​ພື້ນ​ດິນ; ​ເລີ່​ມກໍ່ສ້າງ​ພື້ນຖານ​ເສົາ​ຂົວ 9 ​ແຫ່ງ, ​ເລີ່​ມກໍ່ສ້າງປາກ​ອຸ​ໂມງ 46 ​ແຫ່ງ, ​ໃນ​ນີ້​ມີ 47 ປາກ​ຂອງ​ອຸ​ໂມງ 15 ​ແຫ່ງ​ໄດ້ຂຸດ​ເຈາະອຸ​ໂມງ​ແລ້ວ ​ໂດຍ​ສາມາດ​ສຳ​ເລັດ​ລື່ນແຜນ, ຂະນະ​ທີ່​​ເປົ້າໝາຍຄຸນ​ນະພາ​ບ, ຄວາມ​ປອດ​ໄພ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມຂອງ​ໂຄງການກໍ​ຢູ່​ໃນ​ລະດັບການ​ຄຸ້ມ​ຄອງ​ໂດຍ​ລວມ.

ທ່ານ​ລັດຕະນະມະນີ ຄູນ​ນີວົງ ຮອງລັດຖະມົນຕີກະຊວງ​ໂຍທາທິການ​ແລະ​ຂົນ​ສົ່ງ​ລາວ ​ໄດ້​ຕາງໜ້າ​ລັດຖະບານ ​ແລະ ໜ່ວຍ​ຄຸ້ມ​ຄອງ​ໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໜ່ວຍ​ງານ​ຕ່າງໆ ​ແລະ ບັນດາພະນັກງານ​ ທີ່​ເຂົ້າຮ່ວມ​ກໍ່ສ້າງ ​ແລະ​ກ່າວດ້ວຍ​ຄວາມເຊື່ອ​ໝັ້ນວ່າ​ໂຄງການ​ທາງ​ລົດ​​ໄຟ​ຈີນ-ລາວ ຈະ​ກໍ່ສ້າງສຳ​ເລັດຕາມ​ແຜນການ​​ແລະ​ມີຄຸນ​ນະພາ​ບສູງ​​ຕາມ​ເວລາ​ທີ່​ກຳນົດ​ໄວ້​​ຢ່າງ​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ