ກອງທັບ​ຈີນ​ຈະ​ຮັກສາ​ສະຕິ​ລັງ​ວັງ​ຕົວ​​ໃຫ້​ສູງ ທັງ​ເດັດດ່ຽວ​ປົກ​ປ້ອງ​ອຳນາດ​ອະທິປະ​ໄຕ​ເໜືອ​ແຜ່ນດິນ​ຂອງ​ປະ​ເທດ​ຕົນ
2017-08-29 11:17:06  cri 

ມີ​ນັກ​ຂ່າວ​​ຖາມ​ໃນ​ພິທີ​ຖະ​​ແຫຼງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃນ​ວັນ​ທີ 28 ສິງຫາ​ນີ້​​ໂດຍ​ອ້າງ​ຕາມ​ແຫຼ່ງຂ່າວ​ທີ່ລາຍ​ງານ​ວ່າ: ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຈີນ, ອິນ​ເດຍ​ໄດ້ຖອນ​ທະຫານ​ແລະ​ອຸປະກອນ​ທີ່​ຂ້າມ​ຊາຍ​ແດນ​ຈີນ-ອິນ​ເດຍຕອນ​ຊີ​ກີ​ມ​ແລະ​ເຂົ້າ​ໃນ​ປະ​ເທດ​ຕົນ​ນັ້ນຄືນ​ໝົດ​ແລ້ວ. ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ມີ​ຄຳ​ຄິດ​ເຫັນແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ອູຊ່ຽນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ: ນັບ​ແຕ່​ວັນ​ທີ 18 ມິຖຸນາ​ຜ່ານ​ມາ, ທະຫານ​ຊາ​ຍ​ແດນ​ອິນ​ເດຍ​ໄດ້​ຂ້າມ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ແລະ​​ເຂົ້າ​ໃນ​​ເຂດ​ຕົ້ງຫຼາງ ປະ​ເທດ​ຕົນ​ຢ່າງ​ຜິດ​ກົດໝາຍ ອັນ​​ເຮັດໃຫ້​ສະຖານະ​ການຢູ່​ຊາຍ​ແດນ​ສອງ​ປະ​ເທດ​ເຄັ່ງ​ຕຶງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເຊິ່ງກອງທັບ​ຈີນ​ຄັດຄ້ານ​ການ​ກະທຳ​ຂອງ​ອິນ​ເດຍຢ່າງ​ເດັດດ່ຽວ ທັງ​ນຳ​ໃຊ້​ມາດ​ຕະການ​ແກ້​ໄຂ​ໂດຍ​ດ່ວນ ​ໂດຍ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ເຂດ​ຊາຍ​ແດນ, ຈັດ​ວາງ​ກອງ​ກຳລັງ​ສູ້​ຮົບຄືບ​ໄປ​ໜ້າ, ​ເພີ່ມ​ທະວີ​ການ​ຝຶກ​ຊ້ອມທີ່​ມີ​ລັກສະນະ​ຈຸດ​ສຸມ, ປົກ​ປັກຮັກສາ​ອຳນາດ​ອະທິປະ​ໄຕ​ເໜືອ​ແຜ່ນດິນ​ ​ແລະ ສິດຜົນປະ​ໂຫຍ​ດຂອງ​ຊາດ​ຢ່າງ​ແຂງ​ແຮງ. ​ແນວ​ໃດ​ກໍ​ດີ, ສັນຕິພາບ​ແລະ​ຄວາມ​ສະຫງົບ​ຂອງ​ເຂດ​ຊາຍ​ແດນ​ຈີນ-ອິນ​ເດຍ​ໄດ້​ກ່ຽວ​ພັນ​ເຖິງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ທັງສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະຊາຊົນ​ສອງ​ຊາດ, ພວກ​ຂ້າພະ​ເຈົ້າຈຶ່ງ​ໄດ້​ເຕືອນ​ອິນ​ເດຍຈົ່ງ​ຖອດ​ຖອນ​ບົດຮຽນ​ທາງ​ລົບ​ຈາກ​ເຫດການ​ດັ່ງກ່າວ ​ໂດຍ​ການເຄົາລົບສົນທິສັນຍາ​ເສັ້ນຊາຍ​ແດນ​ປະຫວັດສາດ ​ແລະ ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນຢ່າງ​ແທ້​ຈິງ, ​​ເດີນ​ຕາມທິດ​ທາງ​ດຽວ​ກັນ​ກັບ​ຈີນ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຂອງ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ.

ທ່ານ​ອູ​ຊ່ຽນ ກ່າວ​ຕື່ມ​ວ່າ: ​ໃນ​ໂລກ​ນີ້​ຍັງ​ບໍ່​ມີ​ຄວາມ​ສະຫງົບ​ເທື່ອ ຈຶ່ງ​ຈຳ​ເປັນ​ຕ້ອງ​ປົກ​ປັກ​ຮັກສາສັນຕິ​ພາບ ​ແລະກອງທັບ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ​ແລະ ຜົນ​ປະ​ໂຫຍ​ດການ​ພັດທະນາຂອງ​ຊາດ, ມີ​ຄວາມ​ໝັ້ນ​ໃຈ ​ແລະ​ກໍ​ມີ​ຄວາມ​ສາມາດ​ປະກອບສ່ວນ​ປົກ​ປັກ​ຮັກສາ​ສັນຕິ​ພາບຂອງ​ໂລກ​ໄດ້​ຢ່າງໃຫຍ່ຫຼວງກວ່າ​ເກົ່າ​​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ