ສົມ​ເດັດຊຸ​ນຕານ​ບຣູໄນຈະ​ເຂົ້າຮ່ວມ​ງານ​ວາງສະ​ແດງສິນຄ້າຈີນ-​ອາ​ຊຽນຄັ້ງທີ 14
2017-08-29 11:24:15  cri 

ທ່ານ​ຫວາງ​ເຫຼີຍ ​ຫົວໜ້າ​ສຳນັກ​ເລຂາ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 28 ສິງຫາ​ນີ້​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 14 ປີ​ນີ້ ຈະ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ທາງ​ການຂັ້ນສູງ​ຂອງຫຼາຍປະ​ເທດ ຈາກ​ອາ​ຊຽນ ​ແລະ ກາ​ຊັກ​ສະຖານ ​ເປັນຕົ້ນ, ຂະນະ​ທີ່​ສົມ​ເດັດຮາ​ຈີ ຮາ​ຊາ​ນາວ ​ໂບນ​ເກ​ຍ ຊຸນ​ຕານບຣູ​ໄນ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ ​ຢືນຢັນ​​ແລ້ວວ່າ​ຈະ​ເດີນທາງ​ເຂົ້າຮ່ວມງານ​ວາງສະ​ແດງ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 14 ຈະ​ເນັ້ນ "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ການ​ທ່ອງ​ທ່ຽວ​ຊ່ວຍ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ພາກ​ພື້ນ" ​ແລະ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ນານ​ນິງ ສປ ຈີນ​ແຕ່​ວັນ​ທີ 12-15 ກັນຍາ​ໜ້າ​ນີ້ ​ໂດຍ​ ບຣູ​ໄນ ​ເປັນ​ປະ​ເທດກິດ​ຕິ​ມະ​ສັກ. ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້ ຈະ​ມີຫຼາຍ​ຈຸດທີ່​ໜ້າ​ສົນ​ໃຈ ​ເປັນຕົ້ນ ​ເນື້ອ​ທີ່​ງານ​ວາງສະ​ແດງ​ຈະ​ຂະຫຍາຍ​ກວ້າງ​ອອກ​ເຖິງ 1 ​ແສນ 2 ໝື່ນ 4000 ຕາ​ແມັດ, ມີ​ບ່ອນ​ວາງສະ​ແດງ​ເຖິງ 6600 ບ່ອນ, ຂະນະ​ທີ່​ລາວ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ​, ກຳປູ​ເຈຍ, ​ໄທ, ບຣູ​ໄນ, ຫວຽດນາມ ​ແລະ ມຽນມາ ຈະ​ເໝົາ​ຮ້ານ​ວາງສະ​ແດງ; ຂະນະ​ດຽວ​ກັນຈະກຳນົດເຂດວາງສະ​ແດງ​ອຸປະກອນ​ສະມາດ​ສະ​ເພາະ ​ແລະ ​ເຂດ​ວາງສະ​ແດງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ສະ​ເພາະ ​ເພື່ອ​ຊຸກຍູ້​ການ​ຫັນປ່ຽນ ​ແລະ ຍົກ​ລະດັບອຸດສາຫະກຳ​ຈີນ-ອາ​ຊຽນ ທັງ​ລົງ​ເລິກ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັບປະ​ເທດ​ນອກ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ