ອັງ​ກິດ​ເຈ​ລະ​ຈາ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ເທື່ອທີ 3
2017-08-29 10:42:47  cri 
ຕອນ​ບ່າຍ​ວັນ​ທີ 28 ສິງ​ຫາ​ນີ້, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ອັງ​ກິດ​ເທື່ອ​ທີ 3 ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ-ອັງ​ກິດ​ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ເອີ​ຣົບ​​ໃນ​ບ​ຣຸກ​ແຊນ ໂດຍ​ສອງ​ຝ່າຍ​ຈະ​ສືບ​ຕໍ່​​ຫາ​ລື​ບັນ​ຫາ​ການ​ເສຍ​ຄ່າ​ທຳ​ນຽມ, ສິດ​ຂອງ​ພົນ​ລະ​ເມືອງ​ສະ​ຫະ​ພາບ​ເອີ​ຣົບ​ກໍ​ຄື​ການ​​ກຳ​ນົດ​ເສັ້ນ​ຊາຍ​ແດນອຽກ​ລັງ​ເໜືອ.

ການ​ເຈ​ລະ​ຈາ​​ເທື່ອ​ນີ້ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ. ​ແລະ​ກ່ອນ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ, ທ່ານ ມາຍ​ໂຄ ບາ​ເນຍ ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ຜູ້​ທີ​ໜຶ່ງ​​ໄດ້​ຖະ​ແຫຼງ​ຂ່າວ​ໂດຍ​ເນັ້ນ​ອີກ​ເທື່ອ​ໜຶ່ງວ່າ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຍັງ​ມີ​ເວ​ລາ​ບໍ່​ຫຼາຍ​ແລ້ວ. ແລະລັດ​ຖະ​ບານ​ອັງ​ກິດ​ໄດ້​ເປີດ​ເຜີຍ​ເອ​ກະ​ສານ​ການ​ແຈ້ງ​ເຈດ​ຈຳ​ນົງ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຈຳ​ນວນ​ໜຶ່ງ​ໃນ​ເດືອນ​ນີ້,ສະ​ຫະ​ພາບ​ເອີ​ຣົບ​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ​ໄດ້​ຄົ້ນ​ຄວ້າ​ເອ​ກະ​ສານ​ເຫຼົ່າ​ນີ້​ຢ່າງ​ລະ​ອຽດ. ແນວ​ໃດ​ກໍ​ດີ​ທ່ານ​ໄດ້​ເນັ້ນ​ໃນ​ເວ​ລາ​ດຽວ​ກັນ​ວ່າ: ສອງ​ຝ່າຍ​ຄວນ​​ເຈ​ລະ​ຈາ​ເທື່ອ​ໃໝ່​ນີ້​ຢ່າງ​ຈິງ​ຈັງ​ແລະສະ​ຫະ​ພາບ​ເອີ​ຣົບກໍ​ຫວັງ​ວ່າ​ລັດ​ຖະ​ບານ​ອັງ​ກິດ​ຈະ​ສາ​ມາດ​ແກ້​ໄຂ​ບາງ​ເນື້ອ​ໃນ​ທີ່​ບໍ່​ຈະ​ແຈ້ງຂອງ​ຕົນ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ