ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປີນ​ສະ​ກັດ​ກັ້ນ​ກຸ່ມ​ປະ​ກອບ​ອາ​ວຸດ​ເພີ່ມ​ກຳ​ລັງ​ເຂົ້າ​ມາ​ລາ​ວີ
2017-08-29 16:10:55  cri 
ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປີນ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 28 ສິງ​ຫາ​ນີ້​ວ່າ, ​ທະ​ຫານ​ໄດ້ພົບ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ຢາກ​ເຂົ້າເມືອງ​ມະ​ລາ​ວີ​ຈາກ​ທາງ​ນ້ຳ, ແລະ​ໄດ້​ສະ​ກັດ​ກັ້ນ​ເຈ​ຕະ​ນາ​ຂອງ​ພວກ​ເຂົາ​ແລ້ວ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ​ຫຼັງ​ໄດ້​ຂ່າ​ວ​​ຈາກປະ​ຊາ​ຊົນ​ທ້ອງ​ຖິ່ນ​ທີ່​ແຈ້ງ​ນັ້ນ, ​ທະ​ຫານ​ໄດ້​ເພີ່ມ​ກຳ​ລັງ​ລາດ​ຕະ​ເວນ​ຢູ່​ໜອງ​ຣະ​ນາວ​ທາງ​ພາກ​ໃຕ້​​ເມືອງ​ມາ​ລາ​ວີ, ແລະ​ໄດ້​ພົບ​ເຫັນ​ກຸ່ມ​ປະ​ກອບ​ອາ​ວຸດ​ຫຼາຍ​ຄົນ​ຂີ່​ເຮືອ​ສອງ​ລຳ​ມຸ່ງ​ໜ້າ​ຕົວ​ເມືອງ, ຈາກ​ນັ້ນ​ກໍ​ໄດ້​ສູ້​ຮົບ​ກັນ. ​ຫຼັງ​ສູ້​ຮົບ​ເປັນ​ເວ​ລາ 3 ຊົ່ວ​ໂມງ, ທະ​ຫານ​ລັດ​ຖະ​ບານ​ສາ​ມາດ​ດັບ​ສູນ​ຜູ້​ປະ​ກອບ​ອາ​ວຸດ, ໂດຍ​ເຫັນ​ໄດ້​ໃນ​ເຮືອ​ໜຶ່ງ​ລຳ​ທີ່​ຍຶດ​ໄດ້​ພົບ​ເຫັນ 5 ສົບ​ແລະ​ປືນ​ໜຶ່ງ​ກະ​ບອກ​, ຂະ​ນະ​ທີ່​ອີກ​ລຳ​ໜຶ່ງ​ຈົມ​ໃນ​ຂະ​ນະ​ຫຼົບ​ໜີ​ແລະ​ຢ່າງ​ໜ້ອຍ​ມີ 5 ຄົນ​ເສຍ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ