ຈີນ​ເພີ່ມທະວີ​ການ​ຮ່ວມ​ມືເສດຖະກິດ​ການ​ຄ້າ​ກະສິກຳກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້
2017-08-30 11:23:35  cri 

ທ່ານຫຼີຕ້ຽນຜິ​ງ ປະທານ​ສະມາຄົມການ​ຄ້າ​ປັດ​ໄຈ​ການ​ຜະລິດກະສິກຳ​ຈີນ-ອາ​ຊຽນ ຫຼື CACAC ກ່າວ​ໃນ​ວັນ​ທີ 29 ສິງຫາ​ນີ້​ວ່າ: ປີ 2016, ຝຸ່ນ​ເຄມີ​ທີ່​ຈີນ​ສົ່ງໄປ​ອາ​ຊຽນ​ແລະ​ອິນ​ເດຍກວມ​ເຖິງ 52,24%. ຈາກ​ນີ້​ຈຶ່ງ​ເຫັນ​ວ່າ, ຕະຫຼາດອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ​ພວມ​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ສຳຄັນ​ ໃນ​ການ​ລົງທຶນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ກະສິກຳ ຂອງ​ຈີນກັບ​ຕ່າງປະ​ເທດ.

ທ່ານຫຼີຕ້ຽນຜິ​ງ ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ພິທີ​ຖະ​ແຫຼງຂ່າວ "​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ຂະ​ແໜງການ​ປັດ​ໄຈ​ການຜນະລິດ​ກະສິກຳ​ຈີນ-ອາ​ຊຽນ" ທີ່​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ ​ແລະ​ໄດ້ກ່າວຕື່ມ​ວ່າ: ​ເວທີ​ປຶກສາ​ຫາລື​ນີ້​ແມ່ນ​ກອງ​ປະຊຸມ​ວິຊາ​ສະ​ເພາະ​ດ້ານ​ກະສິກຳ​ແລະ​ປັດ​ໄຈ​ການ​ຜະລິດກະສິກຳ​ໃນ​ຂອບ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ​ເຊິ່ງ​ປະສົບ​ຜົນສຳ​ເລັດມາ​ແລ້ວ 2 ຄັ້ງ​​ນັບ​ແຕ່​ປີ 2015 ​ເປັນຕົ້ນມາ ​​ແລະ​ໄດ້​ສ້າງຫຼາຍ​​ເວທີ​ແລກປ່ຽນ​ແລະ​ຮ່ວມ​ມືລະຫວ່າງ​ຈີນ​ແລະ​ອາ​ຊຽນພ້ອມ​ດ້ວຍ​ປະ​ເທດ​ອື່ນໆ ລວມທັງ​ເວທີປັດ​ໄຈ​ການ​ຜະລິດ​ກະສິກຳ, ກະສິກຳ, ​ເສດຖະກິດ​ການ​ຄ້າ, ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນຂ່າວສານ ​ແລະ​ອື່ນໆ.

ປັດຈຸບັນ, ສະຖານທູດ ​ແລະ ສະຖານ​ກົງສຸນປະຈຳ​ຈີນ, ອົງການ​ລັດຖະບານ, ສະມາຄົມ​ການ​ຄ້າ ​ແລະ ວິ​ສາ​ຫະກິດ​ຂອງ​ປະ​ເທດ​ໃນ​ອາ​ຊຽນ ​ເປັນຕົ້ນ ​ລາວ, ໄທ, ຫວຽດນາມ ​ແລະ ມຽນມາ ຕ່າງ​ກໍຢືນຢັນວ່າ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​​ເວທີ​ປຶກສາ​ຫາລືດັ່ງກ່າວ ​ເຊິ່ງຈະ​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ສປ ຈີນ​ໃນທ້າຍ​ເດືອນ​ກັນຍາ​ໜ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ