ຜູ້​ຕາງໜ້າ​ຈີນ​ຊີ້​ແຈງຫຼັກ​ໝັ້ນ​ໃນ​ການ​ຮັກສາ​ສັນຕິພາບ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ
2017-08-30 16:41:29  cri 

ວັນ​ທີ 29 ສິງຫາ​ນີ້, ທ່ານຫຼິວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະປະຊາ​ຊາດ ​ໄດ້​ປາ​ໄສ​ໃນ​ກອງ​ປະຊຸມ​ອະພິປາຍ​ທົ່ວ​ໄປ​ກ່ຽວ​ກັບ​ບັນຫາ​ການຮັກສາ​ສັນຕິພາບ​ຂອງ​ສະພາ​ຄວາມ​ໝັ້ນຄົ​ງອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ໄດ້​ຊີ້​ແຈງຫຼັກໝັ້ນຂອງ​ຈີນ ​ແລະ ​ຊີ້ວ່າ: 4 ວຽກ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄື ການປ້ອງ​ກັນ​ລ່ວງ​ໜ້າ​ເພື່ອ​ບໍ່​ໃຫ້​ເກີດການ​ປະ​ທະ​ກັນ, ການ​ຮັກສາ​ສັນຕິພາບ, ການ​ສ້າງສັນຕິພາບ ​ແລະ ສັນຕິພາບ​ຖາວອນ ກໍ​ຈະ​ເນັ້ນໜັກ​ໃນ​ໄລຍະ​ທີ່​ຕ່າງ​ກັນ ທັງ​ມີ​ສ່ວນ​ກ່ຽວຂ້ອງ​ແລະ​ເຊື່ອມຈອດກັນ ຈຶ່ງ​ຈະ​ຕ້ອງ​ກຳ​ແໜ້ນ​ໂດຍ​ລວມ.

ທ່ານຫຼິວ​ເຈ​ຢີ່ ​ໄດ້​ສະ​ເໜີການ​ຮັກສາ​ແລະ​ການສ້າງ​ສັນຕິ​ພາບ 4 ຂໍ້​ ຄື​ດັ່ງ​ນີ້:

ໜຶ່ງ, ການ​ປ້ອງ​ກັນ​ລ່ວງ​ໜ້າ​ເພື່ອ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ ຈະ​ຕ້ອງ​ຖື​ເອົາ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເປັນ​ເປົ້າໝາຍ ​ແລະ​ນຳ​​ໃຊ້​ມາດ​ຕະການ​ຢ່າງ​ມີ​ຈຸດ​ສຸມ ​ໂດຍ​ອີງ​ຕາມ​ສະພາບການ​ປະ​ທະ​ກັນ​ແລະຕົ້ນປາຍ​ສາ​ເຫດຂອງ​ມັນ.

ສອງ, ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄວນ​ເຄົາລົບ​ຈຸດປະສົງ, ຫຼັກການ​ຂອງ "ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ 3 ຫຼັກການ​ຂອງ​ການ​​ເຄື່ອນ​ໄຫວຮັກສາ​ສັນຕິພາບ, ກຳນົດ​ການ​ມອບ​ສິດ​ໃຫ້​ຈະ​ແຈ້ງ, ປະຕິບັດ​ໄດ້ ​ແລະ ມີ​ຈຸດ​ສຳຄັນ​ພົ້ນ​ເດັ່ນ ​ໂດຍ​ອີງ​ຕາມ​ສະພາບທີ່​ລະອຽດຈະ​ແຈ້ງ​ຂອງ​ປະ​ເທດ​ເປົ້າໝາຍ, ພິຈາລະນາ​ເຖິງປັດ​ໄຈ​ຕ່າງໆ ​ເປັນຕົ້ນ ​ຄວາມ​ຕ້ອງການ ​ແລະ ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ເປົ້າໝາຍ.

ສາມ, ການ​ສ້າງສັນ​ຕິ​ພາບ ຄວນ​ຖື​ເອົາ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ການພັດທະນາຄວາມ​ສາມາດ ​ເປັນ​ເປົ້າໝາຍ​ລວມ ​ແລະ​ຫັນສະພາບການ​ປະ​ທະ​ກັນ​​ໄປ​ສູ່​ການຟື້ນ​ຟູ​ການ​ສ້າງສາ​​ແລະ​ພັດທະນາຄືນ​ໃໝ່ ແລະຂໍ້​ສຸດ​ທ້າຍ ຄື ສັນຕິພາບ​ຖາວອນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ ​ເຊິ່ງຈະອາ​ໄສ​ແລະຍູ້​ໜູນ​ກັນ ​​ໂດຍຄວນ​ເນັ້ນໜັກ​ການ​ພັດທະນາ​ແລະ​ຄວາມ​ໝັ້ນຄົງ​​ຄວບ​ຄູ່ກັນ, ​ແກ້​ໄຂບັນຫາ​ການ​ປະ​ທະ​ກັນ​ໃຫ້​ເຖິງ​ກົກ​ເຖິງ​ຮາກ. ການ​ເຮັດ​ແບບ​ນີ້ ຈຶ່ງ​ຈະ​ສາມາດ​ຮັບປະກັນ​ໃຫ້​ມີສັນຕິ​ພາບຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ