ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຊີ້ ຈຸດ​ຕັ້​ງ​ຖິ່ນ​ຖານ​ຂອງ​ຊາວ​ຢີວ​ກາຍ​ເປັນ​ອຸ​ປະ​ສັກໃນ​ການ​ປະ​ຕິ​ບັດ​ແຜນ​ການສ້າງ​ສອງ​ປະ​ເທດ
2017-08-30 11:19:35  cri 
ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ຣິ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເນັ້ນ​ຢູ່​ເມືອງ​ຣາ​ມາ​ລາ​ຮ໌​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 29 ສິງ​ຫາ​ນີ້ວ່າ: ການ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢີວ​ຢູ່​ປາ​ແສັ​ລ​ຕິນ ເປັນ​ການ​​ສ້າງ​ອຸ​ປະ​ສັກ​ໃຫ້​ແກ່​ການ​ບັນ​ລຸ​ແຜນ​ການ​ສ້າງ​ສອງ​ປະ​ເທດ​ເພື່ອ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ກູ​ເຕີ​ຣິ​ສ໌ ​ເນັ້ນ​ໃນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ​ຫຼັງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຣາ​ມີ ໂອ ຮຳ​ດາ​ລາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ແສັ​ລ​ຕິນ​ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຄື​ຕົນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ການ​ສ້າງສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ ແຕ່​ຜູ້​ນຳ​ປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ຄວນ​ສຸມ​ທຸ​ກ​ຄວາມ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ ແລະຫຼີກ​ເວັ້ນ​ການ​ເປັນ​ປໍ​ລະ​ປັກ​ກັນ,ພ້ອມ​ທັງ​ຄວນ​ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ສະ​ແຫວງ​ຫາ​ທາງ​ອອກ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ສ້າງ​ສອງ​ປະ​ເທດ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປັບ​ປຸງ​ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ໃຫ້​ດີ​ຂຶ້ນ.

ຂະ​ນະ​ດຽວ​ກັນ,ທ່ານ ກູ​ເຕີ​ຣິ​ສ໌ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່​ເຂດ​ກາ​ຊາ ທັງ​ເນັ້ນ​ວ່າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​​ການ​ເຄື່ອນ​ໄຫວ​ແລະ​ໂຄງ​ການ​ສ້າງສຳ​ນັກ​ໂຄງ​ການ​ຊ່ວຍ​ເຫຼືອເຂດ​ແຄມ​ຝັ່ງ​ຕາ​ເວັນ​ອອກ​ໃກ້​ຢູ່​ເຂດ​ກາ​ຊາ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ