ຈີນ​ແລະ​ປະ​ເທດ​ເຂດ​ທະ​ເລ​ຈີນ​ໃຕ້​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ແລະ​ຮ່ວມ​ມື
2017-08-30 16:38:09  cri 
ຕາມ​ຂ່າວ CRI: ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ສິງ​ຫາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ເຂດ​ທະ​ເລ​ຈີນ​ໃຕ້​ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຈ​ລະ​ຈາ​ແລະ​ການ​ຮ່ວມ​ມື, ​ທັງກະ​ກຽມ​ໃຫ້​ແກ່​ການ​ປຶກ​ສາ​ຫາ​ລື "​ກົດ​ແຫ່ງ​ການ​ປະ​ພຶດ​​ຢູ່​ທະ​ເລ​ຈີນ​ໃຕ້" ຫຼື COC ໃນ​ຕໍ່​ໜ້າ.

ທ່ານ​ນາງ​ຮ້​ວາຊຸ່ນ​ຢິງ ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ໃນອາ​ຊຽນ​ຈະ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ຄັ້ງ​ທີ 22 ຢູ່​ນະ​ຄອນ​ຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ "ຖະແຫຼງການ ແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້" ໃນ​ວັນ​ທີ 30 ສິງ​ຫາ​ນີ້. ​ໂດຍຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ "​ຖະ​ແຫຼງ​ການ", ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ແລະ​ການ​ປຶກ​ສາ​ຫາ​ລື"ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ​ແລະ​ອື່ນໆ​ໃຫ້​ເລິກ​ເຊິ່ງ.

ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​ກ່າວ​ຕື່ມ​ວ່າ: "​ຈາກຄວາ​ມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ປັດ​ຈຸ​ບັນ​ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ໄດ້​ຄ່ອຍໆ,  ​ມີ​ທ່າ​ອຽງ​ດີຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄດ້​ກັບ​ຄືນ​ສູ່​ເສັ້ນ​ທາງ​ການ​ເຈ​ລະ​ຈາ​ຄືນ​ໃໝ່, ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ. ໂດຍ​ຜ່ານ​ການ​ຄ​ວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກ​ຍູ້​ການ​ຮ່ວມ​ມື, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ບັນ​ດາ​ຝ່າຍ​ຈະ​ສືບ​ຕໍ່​ຮັກ​ສາ​ທ່າ​ອຽງ​ເຈ​ລະ​ຈາ​ແລະ​ການ​ຮ່ວມ​ມື, ພະ​ຍາ​ຍາມ​ຕັ້ງ​ໜ້າ​ສ້າງ​ຜົນ​ງານ​ໃຫ້​ຄືບ​ໜ້າ​ຫຼາຍກວ່າ​ເກົ່າ​, ເພື່ອ​ກະ​ກຽມ​ການ​ປຶກ​ສາ​ຫາ​ລື​ກົດ​ແຫ່ງ​ການ​ປະ​ພຶດຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຕໍ່​ໜ້າ​" ໃຫ້​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ