ຄືບ​ໜ້າ​ອີກ​ຈີນສ້າງ​ຖາ​ນີ​ລົດ​ໄຟ​​ໃຕ້​ຕິນ​ທີ່​ເລິກ​ທີ່​ສຸດ​ໃນ​ໂລກ​​ຢູ່​ໃຕ້​ກຳ​ແພງ​ເມືອງຈີນ
2017-08-30 16:48:45  cri 

​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂວ​ພ້ອມ​ຂຸ້ນ​ຂ້ຽວ​ກໍ່​ສ້າງຢູ່​ໃຈ​ກາງ​ກຳ​ແພງ​​ເມືອງ​ຈີນ​​ປາ​ຕ່າ​ຫຼິງ​ແລະ​ຢູ່​ບ່ອນ​ໃຕ້​ດິນ 102 ແມັດ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂ​ຂວ​ສາຍ​ເກົ່າ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ເປີດ​ເຜີຍ​ວ່າ, ການ​ອອກ​ແບບ​ແລະ​ການກໍ່​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ດັ່ງ​ກ່າວ​ ​ໄດ້​ໃຊ້​ແນວ​ຄິດ​ແລະ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ​ທີ່​ສຸດ.


ສະ​ຖາ​ນີ​ລົດ​ໄຟ​ໃຕ້​ຕິນ​ທີ່​ເລິກ​ທີ່​ສຸດ​ໃນ​ໂລກ​ຈະ​ເຮັດ​ໃຫ້​ປັກ​ກິ່ງ​ແລະ​ຈ່າງ​ເຈ່ຍ​ໂ​ຂວ​ເຊື່ອມ​ຈອດ​ກັນ, ​ແລະບໍ່​ພຽງ​ແຕ່​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ດ້ານຄົມ​ມະ​ນາ​ຄົມ​ສຳ​ຄັນ​ໜຶ່ງ​ເພື່ອ​ຕ້ອນ​ຮັບ​ມະ​ຫະ​ກຳ​ກິ​ລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ລະ​ດູ​ໜາວ​ປີ 2022 ເທົ່າ​ນັ້ນ, ຍັງ​ແມ່ນ​ສ່ວນ​ປະ​ກອບ​ສຳ​ຄັນ​ຂອງ​ທາງ​ລົດ​ໄຟ​ປັກ​ກິ່ງ-ປ່າວ​ໂຖວ-ລັ​ນ​ໂຈ່ວ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ