ຈີນ​ມີ​ຫຼັກ​ໝັ້ນຢ່າງ​ພາ​ວະ​ວິ​ໄສ​ແລະ​ທ່ຽງ​ທຳ​​​ທັງເສີມ​ຂະ​ຫຍ​າຍ​ບົດ​ບາດ​ຕໍ່​ບັນ​ຫາ​ແຫຼມ​ເກົາ​ຫຼີ
2017-08-31 16:54:48  cri 

​ວັນ​ທີ 30 ສິງ​ຫານີ້, ທ່ານ​ນາງ​ຮ້​ວາ​ຊູ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນການຖະ​ແຫຼງ​ຂ່າວ​ວ່າ, ​ໃນ​ການແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີນັ້ນ, ຈີນ​ເນັ້ນຊຸກ​ຍູ້​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ, ​ຮັກ​ສາ​ລະ​ບຽບການ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ​ສ​າ​ກົນ ແລະ​ປັກ​ປ້ອງ​ສັນ​ຕິ​​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຂະ​ນະ​ດຽວ​ກັນ​ກໍ່​ຖື​ສຳ​ຄັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ​ແລະ​ຄົບ​ຊຸດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເທົ່າ​ທີ່​​ມີແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ດ້ວຍ​ຫຼັກ​ໝັ້ນຢ່າງພາ​ວະ​ວິ​ໄສ​ແລະ​ທ່ຽງ​ທຳ​​ມາໂດຍ​ຕະ​ຫຼອດ.

​ຕໍ່​ກໍ​ລະ​ນີ​ທີ່​ໃຫ້​ຈີນ​ຄວນ​ໃຊ້​ກຳ​ລັງ​ໜີບ​ສ​ປ​ປ​ເກົາ​ຫຼີ​ເພື່ອ​ແກ້​ໄຂ​ບັນ​ຫາ​​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີນັ້ນ, ທ່ານ​ນາງ​ຮ້​ວາ​ຊູ່ນ​ຢີງ​ໄດ້​​ຊີ້​ໃຫ້​ເຫັນວ່າ: "ການ​ປະ​ກາດລົງ​ໂທດ​ເປັນຈຸດ​ໜັກ, ຕ້ອງ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເປັນ​ສຳ​ຮອງ, ບໍ່​ຢາກ​ແບກ​ຫາບ​​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດໆ, ຂໍ​ພຽງ​ແຕ່​ໄດ້​ຮັບຜົນ​ປະ​ໂຫຍດ​ເທົ່າ​ນັ້ນ, ນັ້ນ​ຖື​ວ່າ​ບໍ່​ແມ່ນ​ທ່າ​ທີ​ແລະ​ການ​ກະ​ທຳ​​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ເທດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ​ຄວາມ​ເປັນ​ຈິງນັ້ນ, ທາດ​ແທ້​ຂອງບັນ​ຫາ​ແຫຼມ​ເກົາ​ຫຼີ​ຄື​ບັນ​ຫາ​ຄວາມ​ໝັ້ນ​ຄົງ, ກະ​ແຈ​ເປີດ​ປະ​ຕູ​ສູ່​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີໂດຍ​ສັນ​ຕິ​ ​ຢູ່​ໃນ​ມືຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ຄື ສປ​ປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ ສ​ປ​ປ​ເກົາ​ຫຼີ​ກັບ​ສ.​ເກົາ​ຫຼີ. ຖ້າ​ວ່າພວກ​ເຂົາ​​ພຽງ​ແຕ່​ຖື​ກະ​ແຈ​ຊື່ໆ, ກ້າວ​ໄປພຽງ​ກ້າວ​ດຽວ, ຖອຍ​ຫຼັງ​ຄືນ 3 ​ກ້າວ, ແລະ​ບໍ່​ຍອມ​ເປີດ​ປະ​ຕູ​ນັ້ນ ຈະ​ມີ​ຜູ້​ໃດ​ເປັນ​ຫ່ວງ​ສ່ຳ​ໃດ ​ກໍ​ບໍ່​ໄດ້​ຜົນ​ຫຍັງ​ເລີຍ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ