ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ໃຫ້​ສາ​ມັກ​ຄີ​ກັນ
2017-08-31 11:34:31  cri 
ວັນ​ທີ 30 ສິງ​ຫາ​ນີ້, ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ຢູ່​ເຂດ​ກາ​ຊາ​ວ່າ: ເຂດ​ກາ​ຊາ​ເປັນສ່ວນ​ໜຶ່ງ​ທີ່ບໍ່​ສາ​ມາດ​ແບ່ງ​​ຈາກ​ປາ​ແລັ​ສ​ຕິນ​ໄດ້ ແລະ​ຈາກ​ນີ້​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ຄວນ​ສາ​ມັກ​​ຄີປອງດອງ​ກັນ.

ຂະ​ນະ​ດຽວ​ກັນ, ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ຈັດ​ອຸ​ປະ​ສັກ​ໃນ​ການ​ປະ​ຕິ​ບັດ​ແຜນ​ການ​ສ້າງ​ສອງ​ປະ​ເທດ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ປາ​ແລັ​ສ​ຕິນ​ເປັນປະ​ເທດ​ເອ​ກະ​ລາດ. ພ້ອມ​ທັງ​ຫວັງ​ວ່າ​ຈະ​ເຫັນ​ປະ​ເທດ​ປາ​ແລັ​ສ​ຕິນແລະ​ອິ​ສ​ຣາ​ແອນ​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ ແລະ​ຈະ​ມາ​ຢາມ​ເຂດ​ກາ​ຊາ​ອີກ​ເທື່ອ​ໜຶ່ງ."

ຂ່າວ​ແຈ້ງວ່າ: ທ່ານ ກູ​ເຕີ​ເຣັ​ສ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ອິ​ສ​ຣາ​ແອນ​ໃນ​ວັນ​ທີ 28 ສິງ​ຫາ​ນີ້ ແລະ​ໄດ້​ເດີນ​ທາງ​ໄປ​ເມືອງຣາ​ມາ​ລາ​ຮ໌​ທີ່​ເປັນ​ເມືອງ​ແຄ​ມ​ຝັ່ງ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 29 ເດືອນ​ດຽວ​ກັນ  ເພື່ອພົບ​ປະ​ກັບ​ທ່ານ ຣາ​ມີ ​ອານ ຮຳ​ດາ​ລາ​ຮ໌ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ແລັ​ສ​ຕິນ. ນີ້​ແມ່ນ​ການຢ້ຽມ​ຢາມປາ​ແລັ​ສ​ຕິນ​ແລະ​ອິ​ສ​ຣາ​ແອນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນ​ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ