ການ​ຜະລິດ​ແລະ​ຈຳໜ່າຍລົດ​ໃຊ້​ພະລັງງານ​ໃໝ່​ຂອງ​ຈີນ​ລື່ນ 1 ລ້ານ​ຄັນ
2017-09-01 11:39:27  cri 

ທ່າ​ນຕົງ​ຢາງ ຮອງ​ປະທານ​ປະຈຳການ​ສະມາຄົມ​ອຸດສາຫະກຳ​ລົດ​ຈີນ ຢືນຢັນ​ວ່າ: ​ໃນ 2 ປີຜ່ານມາ, ​​ການຫັນ​ມາ​ນຳ​ໃຊ້ພະລັງງານໄຟຟ້າຂອງອຸດສາຫະກຳ​ລົດ​ຈີນ​ມີ​ຈັງຫວະໄວຂຶ້ນ ​ໂດຍ​ມາ​ຮອດ​ປັດຈຸບັນ, ຈີນ​ຜະລິດ​ແລະ​ຈຳໜ່າຍລົດຍົນ​ທີ່​ນຳ​ໃຊ້​ພະລັງງານ​​ໃໝ່ ​ໄດ້ລື່ນ 1 ລ້ານ​ຄັນ​ແລ້ວ ​ເຊິ່ງ​ເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍກວ່າ 200% ຕໍ່​ປີ, ຂະນະ​ທີ່​ໃນ​ປີ 2016, ການ​ຜະລິດ, ​ຈຳໜ່າຍ ​ແລະ ນຳ​ໃຊ້​ລົດ​ປະ​ເພດດັ່ງກ່າວ​ໄດ້ກວມ​ອັດຕາ​ສ່ວນຂອງ​ໂລກ​ກວ່າ 50%.

ທ່ານ​ຕົງ​ຢາງ ​ກ່າວ​ໃນ​ກອງ​ປະຊຸມ​ຂອງ​ສະມາຄົມ​ອຸດສາຫະກຳ​ລົດ​ຈີນ​​ເມື່ອ​ບໍ່​ດົນ​ມາ​ນີ້​ອີກວ່າ: ປັດຈຸບັນ, ຈີນ​ໄດ້​ສ້າງ​ລະບົບ​ອຸດສາຫະກຳ​ລົດ​ນຳ​ໃຊ້​ພະລັງງານ​ໃໝ່​ຂຶ້ນ​ໂດຍ​ພື້ນຖານ​ແລ້ວ ​ໂດຍຖ່ານ​ໄຟຟ້າ​ສະໜອງ​ພະລັງ​​ດັນ, ​ເຄື່ອງຂັບ​ເຄື່ອນ ​ແລະ ລົດ​ທັງ​ຄັນ​ ​ໄດ້​ສ້າງ​ເປັນຕາ​ໜ່າງການ​ຜະລິດ​​ແບບຄົບ​ວົງ​ຈອນ. ຂະນະ​ທີ່​ໃນ​ປີ 2016, ມີ​ບໍລິສັດ​ຜະລິດ​ລົດ​ທັງ​ຄັນ 3 ​ແຫ່ງ ​ແລະ ບໍລິສັດ​ຜະລິດ​ຖ່ານ​ໄຟຟ້າ 7 ​ແຫ່ງ ​ໄດ້​ຕິດ​ອັນ​ດັບແຕ່​ທີ 1 ຫາ​ 10 ຂອງ​ໂລກ. ນອກ​ນີ້, ບາງ​ບໍລິສັດ​ໄດ້​ກາຍ​ເປັນ​ຜູ້​ສະໜອງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ; ປະລິມານ​ການ​ຜະລິດ​ຖ່ານ​ໄຟຟ້າ​ສະໜອງ​ພະລັງ​​ດັນ ​ໄດ້​ກວມ​ໂກ​ຕາຕະຫຼາດ​ໂລກ​ກວ່າ 70% ; ຖ່ານ​ໄຟຟ້າ​ສະໜອງ​ພະລັງ​ດັນ​ຄົບ​ຊຸດທີ່​ຈີນ​ຜະລິດ​ກໍ​ຖືກ​ບາງວິ​ສາ​ຫະກິດນຳ​ໄປ​ປະຍຸກ​ໃຊ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ