ໄທ​ຈະ​ຟື້ນ​ການ​ເກັບ​ຄ່າ​ວີຊາ​ກັບ​ດ່ານ 2.000 ບາດ
2017-09-01 11:43:14  cri 

ກ່ອນ​ໜ້າ​ນີ້, ​ໄທ​​ໄດ້​ຍົກ​ເວັ້ນ ​ແລະ ຫຼຸດຄ່າ​ວີ​ຊາ​ກັບ​ດ່ານ​ລົງ​ເຄິ່ງໜຶ່ງ ​ສຳລັບຈີນ​ແລະ​ປະ​ເທດ​ອື່ນໆ ​ໂດຍມາ​ເຖິງ​ວັນ​ທີ 31 ສິງຫາ​ຜ່ານ​ມາ ກໍ​ໝົດ​ກະ​ນົດແລ້ວ ​ແລະ​ນັບ​ແຕ່​ວັນ​ທີ 1 ກັນຍາ​ນີ້​ເປັນຕົ້ນ​ໄປ ກໍ​ຈະ​​ເກັບ​ຄື​ເກົ່າ ຄື ຄ່າ​ວີ​ຊາ 1.000 ບາດ ​ແລະ ຄ່າ​ວີ​ຊາ​ກັບ​ດ່ານ​ 2.000 ບາດ.

​ແຕ່​ກ່ອນ, ຄ່າ​ວີ​ຊາ ​ແລະ ຄ່າ​ວີ​ຊາ​ກັບ​ດ່ານ​ຂອງ​ໄທ​​ເສຍ​ໃນ​ລະດັບ​ດຽວ​ກັນ ຄື 1.000, ບາດ ​ແຕ່​ເພື່ອ​ສົ່ງ​ເສີມ​ໃຫ້ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄປ​ຂໍ​ວີ​ຊາ​ກ່ອນ​ແລ້ວ​ຄ່ອຍ​ເຂົ້າ​ເມືອງ​, ​ໄທ​ຈຶ່ງ​ໄດ້​ປັບ​ຄ່າ​ວີ​ຊາ​ກັບ​ດ່ານຂຶ້ນ​ເປັນ 2.000 ບາດ​ນັບ​ແຕ່​ວັນ​ທີ 27 ກັນຍາປີ 2016 ​ເປັນຕົ້ນມາ ​ແລະ​ເມື່ອ​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄປ​ທ່ຽວເມືອງ​ໄທໜ້ອຍ​ລົງ​ເນື່ອງ​ຈາກ​ປັດ​ໄຈ​ຕ່າງໆ ​​ຈຶ່ງ​ໄດ້​ປະຕິບັດ​ນະ​ໂຍບາຍຫຼຸດຄ່າ​ວີ​ຊາ​ໃຫ້​ຫຼາຍປະ​ເທດ​​ແຕ່​ເດືອນ​ທັນວາ​ປີ 2016 ຫາ​ເດືອນ​ກຸມພາ​ປີ​ນີ້ ​ໂດຍ​ນັກ​ທ່ອງ​ທ່ຽວ​ຂໍ​ວີ​ຊາ​ໄປ​ທ່ຽວ​ໄທນັ້ນບໍ່​ຕ້ອງ​ເສຍ​ຄ່າ​ວີ​ຊາ​ເລີຍ ​ແລະ ຄ່າ​ວີ​ຊາ​ກັບ​ດ່ານ​ກໍຫຼຸດລົງ​ເປັນ 1.000 ບາດ ​ແລະນະ​ໂຍບາຍ​ດັ່ງກ່າວ​ໄດ້​ແກ່ຍາວ​ມາຈົນ​ເຖິງ​ວັນ​ທີ 31 ສິງຫາ​ຜ່ານ​ມາ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ກະຊວງ​ທ່ອງ​ທ່ຽວ ​ແລະ ກິລາ​ໄທ​ເປີດ​ເຜີຍ​ວ່າ: ນັກ​ທ່ອງ​ທ່ຽວ​ແຜ່ນດິນ​ໃຫຍ່​ຈີນ​ທີ່ມາ​ທ່ຽວ​ປະ​ເທດ​ຕົນ​ໃນ 7 ​ເດືອນ​ທຳ​ອິດ​ຂອງປີ​ນີ້​ບັນລຸ​ເຖິງ 5 ລ້ານ 6 ​ແສນ 4 ໝື່ນ​ກວ່າ​ເທື່ອ​ຄົນ ​ແລະ​ສາມາດສ້າງ​ລາຍ​ຮັບ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ 290 ຕື້ 431 ລ້ານ​ບາດ ກວມ​ຍອດ​ລາຍ​ຮັບຈາກ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເກືອບ 30%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ