ປະທານາທິບໍດີຣັດ​ເຊຍຂຽນ​ບົດ​ຄວາມ​ພາດ​ຫົວການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສ ​ໃນ​ອະນາຄົດ
2017-09-01 16:04:24  cri 

ຂະນະທີ່​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ ຈະ​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເໝິນ ສປ ຈີນ​ໃນ​ໄວໆ​ນີ້, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ຂຽນ​ບົດ​ຄວາມ​ຕາມ​ທັດສະນະຂອງ​ຕົນ​ຕໍ່​ອະນາຄົດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສ.

ທ່ານ​ປູ​ຕິນ ​ໄດ້​ລະບຸ​ໃນ​ບົດ​ຄວາມ​ທີ່​ພາດ​ຫົວ "ປະ​ເທດ​ບຣິກສ--​ເປີດ​ສາຍຕາ​ໃໝ່​ແຫ່ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ" ນັ້ນວ່າ: ​ໃນ​ຖານະ​ເປັນ​​ປະ​ທານ​ໝຽນວຽນ​ປະ​ເທດ​ບຣິກສ, ຈີນ​ປະຕິບັດ​ໜ້າ​ທີ່​ຢ່າງ​ມີ​ປະສິດທິພາບ​ສູງ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ເທດ​ບຣິກສ ປະສົບ​ຜົນສຳ​ເລັດ​ໃນ​​ການ​ຮ່ວມ​ມື​ຕົ້ນຕໍ ​ເປັນຕົ້ນ ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ. ນອກ​ນີ້, 5 ປະ​ເທດ​ບຣິກສ ກໍ​ມີ​ບົດບາດ​ສູງ​ຂຶ້ນຢ່າງ​ຈະ​ແຈ້ງ​ໃນ​ໂລກ. ສິ່ງ​ສຳຄັນ​ກໍ​ຄື ກົນ​ໄກ​ການ​ຮ່ວມ​ມື​ຂອງ​ບຣິກສ ​ໄດ້​ສ້າງ​ຂຶ້ນບົນຫຼັກການ​ຄວາມ​ສະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ພິຈາລະນາທັດສະນະ​ຂອງ​ຝ່າຍ​ອື່ນ ​ແລະ ​ເປັນ​ເອກະ​ພາບ​ກັນ.

ທ່ບົດ​ຄວາມ​ຍັງ​ສ່​ອງ​ແສງ​ໃຫ້​ເຫັນຕື່ມ​ວ່າ: ຣັດ​ເຊຍ​ໃຫ້​ຄວາມ​ສຳຄັນ​ສູງ​ ​ແລະ ທະນຸ​ຖະໜອມ​ການ​ປະສານ​ງານຫຼາຍຝ່າຍ​​ໃນ​ຂອບ 5 ປະ​ເທດ​ບຣິກສ ​ດ້ວຍຈຸດ​ຢືນຄື ​ເຮັດ​​ໃຫ້​ປະ​ເທດ​ບຣິກສ ນຳ​ໃຊ້​ນະ​ໂຍບາຍ​ການ​ປະສານ​ງານ​ການ​ຕ່າງປະ​ເທດ​ທີ່​ແໜ້ນ​ແຟ້ນກວ່າ​ເ​ກົ່າ​ ​ໂດຍ​ສະ​ເພາະ​ໃນ​ອົງການ​ສະຫະ​ປະຊາ​ຊາດ, ກຸ່ມ  20 ປະ​ເທດ ​ແລະ​ອົງການ​ຈັດຕັ້ງສາກົນ​ອື່ນໆ.

ຂະນະ​ດຽວ​ກັນ, ຣັ​ດ​ເຊຍ​ກໍມີ​ຈຸດ​ຢືນ​ໃຫ້​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສ ​​ເພື່ອຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ທົ່ວ​ໂລກ ​ໂດຍສະ​ເໜີ​ໃຫ້​ຮ່ວມ​ກັນ​ວາງ​ຂອບ​ຮ່ວມ​ມືກົດ​ໝາຍ​ສາກົນທີ່​ສົມ​ຄູ່​ກັນ, ສ້າງ​ແລະ​ນຳ​ໃຊ້ຫຼັກການ​​ການ​ປະຕິບັດ​ທົ່ວ​ໄປ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ຂົງ​ເຂດ​ດັ່ງກ່າວ​ຂອງ​ບັນດາ​ປະ​ເທດ.

ທ່ານ​ປູ​ຕິນຂຽນ​ມ້ວນທ້າຍ​ບົດ​ຄວາມ​ໂດຍເຊື່ອ​ໝັ້ນວ່າ: ກອງ​ປະຊຸມ​ພົບ​ປະ​ເຊ້ຍ​ເໝິນ ຈະ​ຊຸກຍູ້​ບັນດາປະ​ເທດ​​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ສະຕະວັດ​ທີ 21 ​ແລະ ຊຸກຍູ້​ການ​ປະສານ​ງານ​ລະຫວ່າງ 5 ປະ​ເທດ​ໃຫ້ຂຶ້ນສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ